Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 4:3 - ພຣະຄຳພີສັກສິ

3 ເພິ່ນ​ໄດ້​ຈົດ​ຊື່​ຜູ້ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ຕັ້ງແຕ່ 30 ປີ​ຫາ 50 ປີ ຄື: ພວກ​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.

Uka jalj uñjjattʼäta Copia luraña




ຈົດບັນຊີ 4:3
27 Jak'a apnaqawi uñst'ayäwi  

ເວລາ​ທີ່​ເຈົ້າ​ດາວິດ​ຂຶ້ນ​ເປັນ​ກະສັດ​ນັ້ນ ເພິ່ນ​ມີ​ອາຍຸ​ສາມສິບ​ປີ ແລະ​ໄດ້​ປົກຄອງ​ຢູ່​ເປັນ​ເວລາ​ສີ່ສິບ​ປີ.


ຝ່າຍ​ພວກ​ພີ່ນ້ອງ​ຊາວ​ເລວີ​ຂອງ​ພວກເຂົາ​ກໍໄດ້​ຖືກ​ມອບໝາຍ ໃຫ້​ຮັບໃຊ້​ໜ້າທີ່​ທັງໝົດ​ໃນ​ຫໍເຕັນ​ສັກສິດ​ແຫ່ງ​ວິຫານ​ຂອງ​ພຣະເຈົ້າ.


ພວກ​ປະໂຣຫິດ​ໄດ້​ຮັບ​ມອບໝາຍ​ໜ້າທີ່ ຕາມ​ແຕ່ລະ​ຕະກຸນ ແລະ​ຊາວ​ເລວີ​ຜູ້​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ກໍໄດ້​ຮັບ​ມອບໝາຍ​ໜ້າທີ່​ຕາມ​ທີ່​ຕົນ​ສັງກັດ​ຢູ່.


ສະນັ້ນ ໃນ​ເດືອນ​ທີ​ສອງ​ຂອງ​ປີ​ຕໍ່ມາ ເມື່ອ​ກັບ​ມາ​ຮອດ​ບ່ອນ​ຕັ້ງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍໄດ້​ລົງມື​ເຮັດ​ວຽກ​ໂລດ. ພວກ​ເຫຼົ່ານີ້​ມີ​ດັ່ງນີ້: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເຫຼືອ​ຢູ່, ບັນດາ​ປະໂຣຫິດ​ຊາວ​ເລວີ ແລະ​ທຸກຄົນ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ທີ່​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ກໍໄດ້​ຊ່ວຍ​ໃນ​ວຽກ​ການ​ນີ້. ຊາວ​ເລວີ​ທຸກຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ໜ້າທີ່​ຮັບຜິດຊອບ​ຕໍ່​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.


ແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ທີ່​ເປັນ​ທະຫານ​ໄດ້.


ແຕ່​ໃຫ້​ພວກເຂົາ​ກຳ​ກັບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ກຳ​ກັບ​ເຄື່ອງໃຊ້​ປະຈຳ​ແລະ​ສິ່ງຂອງ​ໃນນັ້ນ​ທັງໝົດ; ພວກເຂົາ​ຈະ​ແບກຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ​ສັກສິດ ຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.


ພວກເຈົ້າ​ຖື​ເປັນ​ເລື່ອງ​ເລັກນ້ອຍ​ຊັ້ນບໍ ທີ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ຕັ້ງ​ພວກເຈົ້າ​ໄວ້​ຕ່າງຫາກ​ຈາກ​ຊຸມຊົນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໃກ້ຊິດ​ພຣະອົງ ແລະ​ເຮັດ​ພິທີ​ຕ່າງໆ​ຢູ່​ໃນ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ເຮັດ​ໜ້າທີ່​ຮັບໃຊ້​ຊຸມຊົນ​ດ້ວຍ.


“ໃຫ້​ຈົດ​ຈຳນວນພົນ​ຊາວ​ເລວີ​ຢູ່​ໃນ​ຕະກຸນ​ໂກຮາດ ຕາມ​ຕະກຸນ​ຍ່ອຍ​ແລະ​ຕາມ​ຄອບຄົວ.


ແລະ​ໃຫ້​ລົງ​ທະບຽນ​ຜູ້ຊາຍ​ທັງໝົດ​ຜູ້​ທີ່​ມີ​ອາຍຸ​ແຕ່ 30 ປີ ຫາ 50 ປີ ຄື​ຜູ້​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


ໃນ​ຕະກຸນ​ເມຣາຣີ ເພິ່ນ​ໄດ້​ຈົດ​ຊື່​ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່ 30 ປີ ຫາ 50 ປີ ຄື​ຜູ້​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


ໜ້າທີ່​ຮັບຜິດຊອບ​ຂອງ​ພວກ​ໂກຮາດ​ແມ່ນ​ພົວພັນ​ກັບ​ສິ່ງ​ສັກສິດ​ທີ່ສຸດ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


ເມື່ອ​ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ ຄົນ​ທັງຫລາຍ​ຄິດ​ວ່າ ພຣະເຢຊູເຈົ້າ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ໂຢເຊັບ​ເປັນ​ລູກຊາຍ​ຂອງ​ເຮລີ,


ຕີໂມທຽວ​ລູກ​ຂອງເຮົາ​ເອີຍ, ເຮົາ​ຂໍ​ມອບ​ຄຳແນະນຳ​ນີ້​ແກ່​ເຈົ້າ ຕາມ​ທີ່​ມີ​ຄຳທຳນວາຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ​ເມື່ອ​ກ່ອນ​ນັ້ນ ຈົ່ງ​ໃຊ້​ຖ້ອຍຄຳ​ເຫຼົ່ານັ້ນ​ເປັນ​ອາວຸດ ເພື່ອ​ຕໍ່ສູ້​ດ້ວຍ​ໃຈ​ກ້າຫານ.


ຄຳ​ນີ້​ເປັນ​ຄຳ​ສັດຈິງ ຖ້າ​ຄົນ​ໃດ​ມີ​ຄວາມ​ປາຖະໜາ​ຢາກ​ເປັນ​ຜູ້​ປົກຄອງ​ຄຣິສຕະຈັກ ລາວ​ກໍ​ປາຖະໜາ​ການງານ​ອັນ​ດີເລີດ.


ຢ່າ​ຕັ້ງ​ຜູ້​ທີ່​ເຊື່ອ​ໃໝ່​ໃຫ້​ເປັນ​ຜູ້ປົກຄອງ ຢ້ານ​ວ່າ​ຈະ​ອວດຕົວ​ຂຶ້ນ​ດ້ວຍ​ຄວາມ​ຈອງຫອງ ແລ້ວ​ຈະ​ຖືກ​ໂທດ​ເໝືອນ​ຢ່າງ​ມານຮ້າຍ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka