29 ໃຫ້ຈົດຈຳນວນພົນຕະກຸນຊາວເລວີ ຕາມຕະກຸນຍ່ອຍແລະຕາມຄອບຄົວ.
ພວກເຂົາຍັງຮັບຜິດຊອບສິ່ງຕໍ່ໄປນີ້ຄື: ເສົາ, ຕີນຮອງເສົາ, ຫລັກສຽບ ແລະເຊືອກສຳລັບເດີ່ນນອກຂອງຫໍເຕັນ.
ໃຫ້ຄົນໃນຕະກຸນເກໂຊນຮັບຜິດຊອບໜ້າທີ່ດັ່ງກ່າວນັ້ນໃນຫໍເຕັນບ່ອນຊຸມນຸມ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.
ໃນຕະກຸນເມຣາຣີ ເພິ່ນໄດ້ຈົດຊື່ຜູ້ຊາຍທັງໝົດທີ່ມີອາຍຸແຕ່ 30 ປີ ຫາ 50 ປີ ຄືຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ.
ແລະກວຽນສີ່ລຳກັບງົວເຖິກສີ່ຄູ່ໃຫ້ພວກເມຣາຣີ. ວຽກງານທັງໝົດຂອງພວກເຂົາແມ່ນຢູ່ໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງອາໂຣນ.