27 ໃຫ້ຊາວເກໂຊນໄດ້ປະຕິບັດໜ້າທີ່ທັງໝົດ ແລະແບກຫາມທຸກໆສິ່ງຕາມການຊີ້ນຳຂອງອາໂຣນເອງແລະພວກລູກຊາຍຂອງເພິ່ນ ທີ່ໄດ້ມອບໝາຍໃຫ້ພວກເຂົານັ້ນ.
ຜ້າກັ້ງອື່ນໆກັບເຊືອກສຳລັບອ້ອມເດີ່ນຂອງຫໍເຕັນແລະແທ່ນບູຊາ, ຜ້າກັ້ງທາງປະຕູເຂົ້າເດີ່ນ ແລະເຄື່ອງໃຊ້ເປັນປະຈຳຢູ່ໃນຫໍເຕັນ. ພວກເຂົາຈະຕ້ອງເຮັດໜ້າທີ່ທຸກຢ່າງກ່ຽວກັບສິ່ງທີ່ໄດ້ເວົ້າມານັ້ນ.
ໃຫ້ຄົນໃນຕະກຸນເກໂຊນຮັບຜິດຊອບໜ້າທີ່ດັ່ງກ່າວນັ້ນໃນຫໍເຕັນບ່ອນຊຸມນຸມ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.
ຕາມທີ່ພຣະອົງໄດ້ຊົງກ່າວໄວ້ ຕັ້ງແຕ່ສະໄໝບູຮານ ໂດຍປາກຜູ້ທຳນວາຍບໍຣິສຸດຂອງພຣະອົງ.
ເຮົາຊົມເຊີຍເຈົ້າທັງຫລາຍ ເພາະພວກເຈົ້າລະນຶກເຖິງເຮົາໃນທຸກສິ່ງ ແລະຖືຮັກສາຂໍ້ຄວາມທີ່ສືບມານັ້ນ ຊຶ່ງເຮົາມອບໄວ້ແກ່ເຈົ້າທັງຫລາຍແລ້ວ.