Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 4:25 - ພຣະຄຳພີສັກສິ

25 ຜ້າກັ້ງ​ຂອງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ, ຜ້າ​ປົກຄຸມ​ຊັ້ນໃນ, ຜ້າ​ປົກຄຸມ​ຊັ້ນນອກ, ໜັງ​ຢ່າງດີ​ເພື່ອ​ໃຊ້​ປົກ​ຍອດ​ຫໍເຕັນ, ຜ້າກັ້ງ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ,

Uka jalj uñjjattʼäta Copia luraña




ຈົດບັນຊີ 4:25
8 Jak'a apnaqawi uñst'ayäwi  

“ສຳລັບ​ຂ້າງ​ໃນ​ຂອງ​ຫໍເຕັນ​ສັກສິດ​ບ່ອນ​ຢູ່​ຂອງເຮົາ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ສິບ​ຜືນ​ຕໍ່າ​ໃສ່​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ. ຈົ່ງ​ແສ່ວ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ.


ຈົ່ງ​ເຮັດ​ສິ່ງ​ປົກຄຸມ​ອີກ​ສອງ​ຜືນ ຜ້າ​ຜືນ​ທຳອິດ​ໃຫ້​ເຮັດ​ດ້ວຍ​ໜັງ​ແກະເຖິກ​ຍ້ອມ​ສີແດງ ແລະ​ຜ້າ​ຜືນ​ອື່ນ​ໃຫ້​ເຮັດ​ດ້ວຍ​ໜັງ​ສັດ​ທີ່​ລະອຽດ​ດີ​ເພື່ອ​ໃຊ້​ປົກຄຸມ​ຊັ້ນນອກ.


ເພິ່ນ​ໄດ້​ຄຶງ​ຜ້າ​ມຸງ​ປົກ​ຫໍເຕັນ​ສັກສິດ ແລະ​ໃຊ້​ຜ້າ​ໜາ​ປົກ​ຊັ້ນນອກ​ອີກ ຄື​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.


ແຕ່​ໃຫ້​ພວກເຂົາ​ກຳ​ກັບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ກຳ​ກັບ​ເຄື່ອງໃຊ້​ປະຈຳ​ແລະ​ສິ່ງຂອງ​ໃນນັ້ນ​ທັງໝົດ; ພວກເຂົາ​ຈະ​ແບກຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ​ສັກສິດ ຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.


ຄົນ​ເຫຼົ່ານີ້​ຈະ​ເປັນ​ຜູ້​ຮັບຜິດຊອບ​ແບກຫາມ​ສິ່ງຂອງ​ດັ່ງ​ຕໍ່ໄປນີ້:


ນອກຈາກນີ້​ໃຫ້​ເອົາ​ໜັງ​ຢ່າງດີ​ປົກ​ທາງ​ເທິງ​ກ່ອນ ແລະ​ເອົາ​ຜ້າ​ສີຟ້າ​ປົກ​ເທິງ​ອີກເທື່ອໜຶ່ງ ແລ້ວ​ຈຶ່ງ​ສອດ​ໄມ້​ຄານຫາມ​ໃສ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka