ຈົດບັນຊີ 4:24 - ພຣະຄຳພີສັກສິ24 ຄົນເຫຼົ່ານີ້ຈະເປັນຜູ້ຮັບຜິດຊອບແບກຫາມສິ່ງຂອງດັ່ງຕໍ່ໄປນີ້: Uka jalj uñjjattʼäta |
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.