Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 4:23 - ພຣະຄຳພີສັກສິ

23 ແລະ​ໃຫ້​ລົງ​ທະບຽນ​ຜູ້ຊາຍ​ທັງໝົດ​ຜູ້​ທີ່​ມີ​ອາຍຸ​ແຕ່ 30 ປີ ຫາ 50 ປີ ຄື​ຜູ້​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.

Uka jalj uñjjattʼäta Copia luraña




ຈົດບັນຊີ 4:23
18 Jak'a apnaqawi uñst'ayäwi  

ຄົນ​ເຫຼົ່ານີ້​ເປັນ​ເຊື້ອສາຍ​ຂອງ​ເລວີ​ຕາມ​ຕະກຸນ ແລະ​ຄອບຄົວ​ທີ່​ທຸກຄົນ​ໄດ້​ຖືກ​ຈົດ​ຊື່​ໄວ້​ໃນ​ບັນຊີ​ຂອງ​ໃຜ​ລາວ. ແຕ່ລະຄົນ​ໃນ​ເຊື້ອສາຍ​ຂອງ​ລາວ​ທີ່​ມີ​ອາຍຸ​ຕັ້ງແຕ່​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ສ່ວນ​ໃນ​ວຽກງານ​ຮັບໃຊ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ຕາມ​ຫລັກ​ຄຳແນະນຳ​ເທື່ອ​ສຸດທ້າຍ​ຂອງ​ກະສັດ​ດາວິດ​ແລ້ວ ຄົນເລວີ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ຕ້ອງ​ຈົດ​ຊື່​ເຂົ້າ​ຮັບໃຊ້​ໃນ​ວຽກງານ.


ເພິ່ນ​ໄດ້​ນັບ​ຈຳນວນ​ຜູ້ຊາຍ​ຊາວ​ເລວີ​ທັງໝົດ​ທີ່​ມີ​ອາຍຸ​ສາມສິບ​ປີ​ຂຶ້ນ​ໄປ. ຈຳນວນ​ທັງໝົດ​ມີ​ສາມສິບແປດ​ພັນ​ຄົນ.


“ໃຫ້​ຈົດ​ຈຳນວນພົນ​ຊາວ​ເລວີ​ໃນ​ຕະກຸນ​ເກໂຊນ ຕາມ​ຕະກຸນ​ຍ່ອຍ​ແລະ​ຕາມ​ຄອບຄົວ


ຄົນ​ເຫຼົ່ານີ້​ຈະ​ເປັນ​ຜູ້​ຮັບຜິດຊອບ​ແບກຫາມ​ສິ່ງຂອງ​ດັ່ງ​ຕໍ່ໄປນີ້:


ເພິ່ນ​ໄດ້​ຈົດ​ຊື່​ຜູ້ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ຕັ້ງແຕ່ 30 ປີ​ຫາ 50 ປີ ຄື: ພວກ​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


ເມື່ອ​ອາຍຸ​ຮອດ 50​ປີ ແລ້ວ​ຈຶ່ງ​ໃຫ້​ພວກເຂົາ​ເຊົາ.


ມີ​ທະຫານ​ຄົນ​ໃດ​ແດ່ ທີ່​ຮັບໃຊ້​ໃນ​ກອງທັບ​ແລ້ວ ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ຂອງ​ຕົນເອງ? ມີ​ຄົນ​ໃດ​ແດ່ ທີ່​ເຮັດ​ສວນ​ອະງຸ່ນ​ແລ້ວ ບໍ່ໄດ້​ກິນ​ໝາກ​ອະງຸ່ນ​ຈາກ​ສວນ​ນັ້ນ? ມີ​ຄົນ​ໃດ​ແດ່ ທີ່​ລ້ຽງ​ແກະ​ແລ້ວ ບໍ່ໄດ້​ກິນ​ນໍ້ານົມ​ຈາກ​ຝູງແກະ​ນັ້ນ?


ໂດຍ​ຖ້ອຍຄຳ​ອັນ​ສັດຈິງ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ ດ້ວຍ​ອາວຸດ​ຂອງ​ຄວາມ​ຊອບທຳ (ຊຶ່ງ​ໃຊ້​ສຳລັບ​ມື​ຂວາ​ແລະ​ມື​ຊ້າຍ ໄວ້​ໂຈມຕີ​ແລະ​ປ້ອງກັນ​ຕົວ​ດ້ວຍ).


ດ້ວຍວ່າ, ສັນດານ​ຕັນຫາ​ມະນຸດ​ກໍ​ຕໍ່ສູ້​ກັບ​ພຣະວິນຍານ ແລະ​ພຣະວິນຍານ​ກໍ​ຕໍ່ສູ້​ກັບ​ສັນດານ​ຕັນຫາ​ມະນຸດ ທັງສອງ​ຝ່າຍ​ເປັນ​ສັດຕູ​ກັນ. ດັ່ງນັ້ນ ສິ່ງ​ທີ່​ພວກເຈົ້າ​ຢາກ​ເຮັດ​ຈຶ່ງ​ເຮັດ​ບໍ່ໄດ້.


ສ່ວນ​ພວກ​ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ກໍໄດ້​ເອົາ​ຄວາມ​ປາຖະໜາ​ກັບ​ກິເລດ​ຕັນຫາ​ຂອງ​ສັນດານ​ມະນຸດ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ຕີໂມທຽວ​ລູກ​ຂອງເຮົາ​ເອີຍ, ເຮົາ​ຂໍ​ມອບ​ຄຳແນະນຳ​ນີ້​ແກ່​ເຈົ້າ ຕາມ​ທີ່​ມີ​ຄຳທຳນວາຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ​ເມື່ອ​ກ່ອນ​ນັ້ນ ຈົ່ງ​ໃຊ້​ຖ້ອຍຄຳ​ເຫຼົ່ານັ້ນ​ເປັນ​ອາວຸດ ເພື່ອ​ຕໍ່ສູ້​ດ້ວຍ​ໃຈ​ກ້າຫານ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka