ແລ້ວຂ້າພະເຈົ້າກໍໄດ້ກ່າວຕື່ມວ່າ, “ນາງສະໜົມທັງໝົດພ້ອມດ້ວຍລູກໆຂອງທ່ານ ຈະຖືກນຳໄປມອບໃຫ້ຊາວບາບີໂລນ; ທ່ານເອງຈະປົບໜີໄປຈາກພວກເຂົາບໍ່ໄດ້. ສ່ວນທ່ານເອງກໍຈະຖືກກະສັດແຫ່ງບາບີໂລນຈັບໄປເປັນຊະເລີຍເສິກ ແລະເມືອງນີ້ທັງໝົດຈະຖືກຈູດເຜົາໃຫ້ພັງພິນາດຈົນກ້ຽງ.”