Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 4:16 - ພຣະຄຳພີສັກສິ

16 ສ່ວນ​ເອເລອາຊາ​ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ​ນັ້ນ ໃຫ້​ລາວ​ຮັບຜິດຊອບ​ຫໍເຕັນ​ສັກສິດ​ທັງໝົດ​ພ້ອມ​ດ້ວຍ​ນໍ້າມັນ​ສຳລັບ​ໄຕ້​ຕະກຽງ, ເຄື່ອງຫອມ, ພືດຜົນ​ເປັນເມັດ​ເພື່ອ​ຖວາຍບູຊາ, ນໍ້າມັນ​ເຈີມ​ບໍຣິສຸດ ແລະ​ສິ່ງ​ອື່ນ​ອີກ​ທີ່​ຢູ່ໃນ​ນັ້ນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 4:16
20 Jak'a apnaqawi uñst'ayäwi  

ນໍ້າມັນ​ໄຕ້​ຕະກຽງ; ເຄື່ອງເທດ​ປຸງ​ນໍ້າມັນ​ເຈີມ​ສັກສິດ ເພື່ອ​ໃຊ້​ຫົດສົງ​ແລະ​ໃຊ້​ເຮັດ​ເຄື່ອງຫອມ​ເຜົາບູຊາ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ,


ສ່ວນ​ນໍ້າມັນ​ສັກສິດ ແລະ​ເຄື່ອງຫອມ​ເພື່ອ​ຖວາຍ​ສຳລັບ​ສະຖານທີ່​ບໍຣິສຸດ​ນັ້ນ ຈົ່ງ​ໃຫ້​ພວກເຂົາ​ເຮັດ​ຢ່າງ​ຖືກຕ້ອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ທຸກປະການ.”


ເບຊາເລນ​ໄດ້​ເຮັດ​ນໍ້າມັນ​ເຈີມ​ສັກສິດ ແລະ​ເຄື່ອງຫອມ​ສັກສິດ ຕາມ​ແບບ​ວິທີ​ປຸງ​ນໍ້າຫອມ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


“ໃຫ້​ສັ່ງ​ປະຊາຊົນ​ນຳ​ນໍ້າມັນ​ໝາກກອກເທດ​ສົດ ທີ່​ມີ​ຄຸນນະພາບ​ດີ​ສຳລັບ​ໄຕ້​ຕະກຽງ​ມາ​ຖວາຍ​ໃນ​ຫໍເຕັນ ເພື່ອ​ວ່າ​ຕະກຽງ​ຈະ​ຮຸ່ງແຈ້ງ​ຢູ່​ສະເໝີ.


ສຳລັບ​ການ​ສະຖາປະນາ​ປະໂຣຫິດ​ຜູ້​ທີ່​ຖືກ​ເຈີມ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ. ໃນ​ມື້​ທີ່​ລາວ​ໄດ້​ຮັບ​ສະຖາປະນາ​ນັ້ນ ລາວ​ຈະ​ຕ້ອງ​ຖວາຍ​ແປ້ງເຂົ້າ​ສອງ​ກິໂລກຼາມ​ແກ່​ພຣະເຈົ້າຢາເວ (ຈຳນວນ​ເທົ່າ​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ປະຈຳ​ວັນ) ຄື: ເຄິ່ງ​ໜຶ່ງ​ໃນ​ຕອນເຊົ້າ​ແລະ​ອີກ​ເຄິ່ງ​ໜຶ່ງ​ໃນ​ຕອນແລງ.


ຫົວໜ້າ​ຂອງ​ພວກ​ເລວີ​ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ. ລາວ​ດູແລ​ຄົນ​ທີ່​ມີ​ໜ້າທີ່​ຮັກສາ​ບ່ອນ​ສັກສິດ​ທີ່ສຸດ​ໃນ​ຫໍເຕັນ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ກັບ​ອາໂຣນ​ວ່າ,


“ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ ອິດສະຫລະ​ພາບ ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳຈອງ ແລະ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ອີກ ປົດປ່ອຍ​ຜູ້​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ


ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.


ໃຫ້​ທຸກຄົນ​ຖື​ວ່າ ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ ທັງ​ເປັນ​ຜູ້​ປ້ອງກັນ​ຮັກສາ​ຄວາມຈິງ​ອັນ​ເລິກລັບ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ​ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ,


ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.


ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ເພາະວ່າ ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ແກະ​ທີ່​ຫລົງ​ເສຍ​ໄປ, ແຕ່​ບັດນີ້​ພວກເຈົ້າ​ຖືກ​ນຳ​ຄືນ​ມາ​ຫາ​ພຣະຜູ້ລ້ຽງ ແລະ​ຜູ້​ເບິ່ງແຍງ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ແລ້ວ.


“ຈົ່ງ​ລ້ຽງ​ຝູງແກະ ທີ່​ພຣະເຈົ້າ​ໄດ້​ຝາກ​ໄວ້​ກັບ​ພວກເຈົ້າ ຈົ່ງ​ລ້ຽງ​ຮັກສາ​ດ້ວຍ​ຄວາມ​ເຕັມໃຈ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ບໍ່ແມ່ນ​ດ້ວຍ​ໃຈ​ຂົມຂື່ນ, ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ເສຍ​ສະຫລະ ບໍ່ແມ່ນ​ເພື່ອ​ເຫັນແກ່​ຄ່າຈ້າງ​ລາງວັນ ແຕ່​ດ້ວຍ​ໃຈ​ເຫຼື້ອມໃສ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka