Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 4:15 - ພຣະຄຳພີສັກສິ

15 ເມື່ອ​ເຖິງ​ເວລາ​ຍົກຍ້າຍ​ຄ້າຍພັກ ໃຫ້​ຄົນ​ໃນ​ຕະກຸນ​ໂກຮາດ​ຫາມ​ເຄື່ອງ​ອັນ​ບໍຣິສຸດ​ເຫຼົ່ານີ້​ໄປ ຫລັງຈາກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ປົກຄຸມ​ຫຸ້ມຫໍ່​ແລ້ວ. ຄົນ​ໃນ​ຕະກຸນ​ໂກຮາດ​ບໍ່​ຕ້ອງ​ແຕະຕ້ອງ​ເຄື່ອງໃຊ້​ອັນ​ບໍຣິສຸດ​ນີ້​ເດັດຂາດ ຖ້າ​ແຕະຕ້ອງ ພວກເຂົາ​ຈະ​ຕ້ອງ​ຕາຍ. ເມື່ອ​ຍົກຍ້າຍ​ຫໍເຕັນ​ບ່ອນ​ຊຸມນຸມ​ເທື່ອໃດ ຄົນ​ໃນ​ຕະກຸນ​ໂກຮາດ​ຈະ​ຕ້ອງ​ຮັບ​ໜ້າທີ່​ດັ່ງ​ກ່າວ​ນີ້​ທຸກ​ຄັ້ງ.

Uka jalj uñjjattʼäta Copia luraña




ຈົດບັນຊີ 4:15
26 Jak'a apnaqawi uñst'ayäwi  

ປະໂຣຫິດ​ຊາດົກ​ໄດ້​ຢູ່​ທີ່​ນັ້ນ​ກັບ​ຊາວ​ເລວີ ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ. ພວກເຂົາ​ປົງ​ຫີບ​ຂອງ​ພຣະເຈົ້າ​ລົງ ແລະ​ບໍ່ໄດ້​ຫາມ​ຫີບ​ນັ້ນ​ຈົນ​ປະຊາຊົນ​ອອກ​ໄປ​ໝົດ​ຈາກ​ເມືອງ. ປະໂຣຫິດ​ອາບີອາທາ​ກໍ​ຢູ່​ທີ່​ນັ້ນ​ຄືກັນ.


ເມື່ອ​ພວກ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ຍ່າງ​ອອກ​ໄປ​ໄດ້​ຫົກ​ກ້າວ ກະສັດ​ດາວິດ​ກໍ​ບອກ​ໃຫ້​ພວກເຂົາ​ຢຸດ ໃນ​ຂະນະທີ່​ເພິ່ນ​ເອົາ​ງົວເຖິກ​ແລະ​ງົວເຖິກໜຸ່ມ​ໂຕ​ຕຸ້ຍພີ​ດີ​ມາ​ຖວາຍບູຊາ.


ເມື່ອ​ບັນດາ​ຜູ້ນຳ​ທຸກຄົນ​ໄດ້​ມາ​ໂຮມກັນ​ແລ້ວ ບັນດາ​ປະໂຣຫິດ​ກໍໄດ້​ຍົກ​ເອົາ​ຫີບ​ພັນທະສັນຍາ


ພວກເລວີ​ໄດ້​ໃຊ້​ໄມ້​ຄານຫາມ​ຫີບ​ຂອງ​ພຣະເຈົ້າ​ແບກ​ໃສ່​ບ່າ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ.


ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ໃຫ້​ພວກ​ເລວີ​ເທົ່ານັ້ນ​ຫາມ​ຫີບ​ຂອງ​ພຣະເຈົ້າ ເພາະ​ພວກເຂົາ​ແມ່ນ​ພວກດຽວ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້​ເພື່ອ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ຮັບໃຊ້​ພຣະອົງ​ຕະຫລອດໄປ.”


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ຈຳເປັນ ທີ່​ພວກເລວີ​ຕ້ອງ​ຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ໃນ​ການ​ຮັບໃຊ້​ອີກ​ຕໍ່ໄປ.”


ເຈົ້າ​ຈົ່ງ​ກຳນົດ​ເຂດ​ອ້ອມຮອບ​ພູ​ໄວ້​ໃຫ້​ປະຊາຊົນ ແລະ​ບອກ​ພວກເຂົາ​ບໍ່​ໃຫ້​ລ່ວງ​ເຂດ​ຂຶ້ນ​ໄປ​ເທິງ​ພູ ຫລື​ເຂົ້າ​ໄປ​ໃກ້​ຕີນ​ພູ​ເດັດຂາດ. ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຍ່າງ​ຂຶ້ນ​ໄປ​ທີ່​ນັ້ນ​ຈະ​ມີ​ໂທດ​ເຖິງ​ຕາຍ;


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ລົງ​ໄປ​ເຕືອນ​ປະຊາຊົນ ບໍ່​ໃຫ້​ຂ້າມ​ເຂດ​ເຂົ້າ​ມາ​ເບິ່ງ​ພຣະເຈົ້າຢາເວ, ຖ້າ​ພວກເຂົາ​ຂືນ​ຂຶ້ນ​ມາ​ທີ່​ນີ້​ຈະ​ມີ​ຫລາຍ​ຄົນ​ຕາຍ.


ແລ້ວ​ໃຫ້​ສອດ​ໃສ່​ຫູ​ຂອງ​ແທ່ນ​ແຕ່ລະ​ເບື້ອງ​ໄວ້ ເພື່ອ​ຫາມ​ຍົກຍ້າຍ​ໄປມາ.


ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ເພິ່ນ​ຈະ​ເອົາ​ກຳຍານ​ໂຮຍ​ໃສ່​ໄຟ ແລະ​ຄວັນ​ກຳຍານ​ກໍ​ຈະ​ພຸ່ງ​ຂຶ້ນ​ບັງ​ຝາ​ຫີບ​ພັນທະສັນຍາ​ໄວ້ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່ໄດ້​ເຫັນ​ສິ່ງ​ນັ້ນ ແລະ​ຖືກ​ຂ້າ.


ແຕ່​ໃຫ້​ພວກເຂົາ​ກຳ​ກັບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ກຳ​ກັບ​ເຄື່ອງໃຊ້​ປະຈຳ​ແລະ​ສິ່ງຂອງ​ໃນນັ້ນ​ທັງໝົດ; ພວກເຂົາ​ຈະ​ແບກຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ​ສັກສິດ ຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.


ເມື່ອ​ພວກເຈົ້າ​ຍົກຍ້າຍ​ຄ້າຍພັກ​ເທື່ອໃດ ພວກ​ເລວີ​ກໍ​ຈະ​ມ້າງ​ຫໍເຕັນ​ສັກສິດ​ລົງ ແລະ​ຕັ້ງ​ຂຶ້ນ​ອີກ​ຢູ່​ໃນ​ຄ້າຍພັກ​ບ່ອນ​ໃໝ່​ເທື່ອນັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ເຂົ້າ​ມາ​ໃກ້​ຫໍເຕັນ​ສັກສິດ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ແລ້ວ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ​ທີ່​ເປັນ​ພວກ​ແບກຫາມ​ເຄື່ອງ​ສັກສິດ ກໍ​ເລີ່ມ​ອອກ​ເດີນທາງ. ເມື່ອ​ພວກ​ນີ້​ໄດ້​ເດີນທາງ​ໄປ​ຮອດ​ຄ້າຍພັກ​ໃໝ່​ແລ້ວ ພວກ​ອື່ນໆ​ທີ່​ໄປ​ກ່ອນ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.


ໃຫ້​ພວກເຂົາ​ເຮັດ​ວຽກ​ເພື່ອ​ເຈົ້າ ແລະ​ຮັບຜິດຊອບ​ໜ້າທີ່​ໃນ​ຫໍເຕັນ, ແຕ່​ຢ່າ​ໃຫ້​ພວກເຂົາ​ເຂົ້າ​ໃກ້​ສິ່ງ​ໃດໆ​ໃນ​ບ່ອນ​ສັກສິດ​ຂອງເຮົາ​ຫລື​ໃກ້​ແທ່ນບູຊາ. ຖ້າ​ພວກເຂົາ​ຫາກ​ຂືນ​ເຮັດ​ທັງ​ເຂົາ ແລະ​ເຈົ້າ​ເອງ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ສ່ວນ​ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງຕົນ​ນັ້ນ ໃຫ້​ຕັ້ງ​ຄ້າຍ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ທາງດ້ານ​ຕາເວັນອອກ, ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເຂົາ​ເປັນ​ຜູ້​ຮັບ​ໜ້າທີ່​ເຮັດ​ພິທີ​ຕ່າງໆ​ໃນ​ບ່ອນ​ສັກສິດ​ແທນ​ປະຊາຊົນ​ອິດສະຣາເອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຮັດ​ພິທີ​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ແລ້ວ​ໃຫ້​ເອົາ​ເຄື່ອງໃຊ້​ປະຈຳ​ແທ່ນບູຊາ​ເຊັ່ນ: ຖາດ​ຮອງໄຟ, ຂໍເກາະ, ຊ້ວນ ແລະ​ອ່າງ​ວາງ​ໃສ່​ເທິງ​ນັ້ນ. ແລ້ວ​ຈຶ່ງ​ເອົາ​ໜັງ​ຢ່າງດີ​ປົກ​ອີກເທື່ອໜຶ່ງ ແລະ​ສອດ​ໄມ້​ຄານຫາມ​ໃສ່.


ໂດຍ​ເຂົ້າ​ມາ​ໃກ້​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ເຫຼົ່ານີ້. ເພື່ອ​ປ້ອງກັນ​ບໍ່​ໃຫ້​ເຫດ​ເກີດຂຶ້ນ​ໄດ້ ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ເຂົ້າ​ໄປ​ກຳກັບ​ບອກ​ພວກເຂົາ​ວ່າ ສິ່ງໃດ​ຄວນ​ເຮັດ​ແລະ​ສິ່ງໃດ​ຄວນ​ຫ້າມ.


ແຕ່​ຖ້າ​ຄົນ​ໃນ​ຕະກຸນ​ໂກຮາດ​ຫາກ​ເຂົ້າ​ໄປ​ໃນ​ຫໍເຕັນ ເບິ່ງ​ປະໂຣຫິດ​ປົກຄຸມ​ຫຸ້ມຫໍ່​ສິ່ງ​ຂອງ​ສັກສິດ​ເພື່ອ​ຍົກຍ້າຍ ພວກເຂົາ​ຈະ​ຕ້ອງ​ຕາຍ.”


ແຕ່​ໂມເຊ​ບໍ່ໄດ້​ມອບ​ກວຽນ​ແລະ​ງົວ​ໃຫ້​ພວກ​ໂກຮາດ ເພາະວ່າ​ສິ່ງຂອງ​ບໍຣິສຸດ​ທີ່​ພວກເຂົາ​ເບິ່ງແຍງ​ຮັກສາ​ນັ້ນ ຕ້ອງ​ແບກຫາມ​ໂດຍ​ພວກເຂົາ​ເອງ.


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ມອບ​ໃຫ້​ປະໂຣຫິດ​ຊາວ​ເລວີ ທີ່​ເປັນ​ຜູ້​ຮັບຜິດຊອບ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ມອບ​ໃຫ້​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ.


ພວກ​ປະໂຣຫິດ​ຢືນ​ຢູ່​ໃນ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ກະທຳ​ທຸກສິ່ງ​ສຳເລັດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ພວກເຂົາ​ຜ່ານ​ທາງ​ໂຢຊວຍ. ເລື່ອງ​ນີ້​ແມ່ນ​ສິ່ງ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້. ປະຊາຊົນ​ຈຶ່ງ​ຟ້າວ​ຂ້າມ​ແມ່ນໍ້າ​ໄປ.


ພຣະເຈົ້າຢາເວ​ໄດ້​ຂ້າ​ຊາວ​ເມືອງ​ເບັດເຊເມດ​ເຈັດສິບ​ຄົນ ຍ້ອນ​ພວກເຂົາ​ຊ່ອງເບິ່ງ​ຫີບ​ຂອງ​ພຣະເຈົ້າຢາເວ. ປະຊາຊົນ​ໄດ້​ໄວ້ທຸກ​ໃຫ້ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ເກີດ​ການ​ເຂັ່ນຂ້າ​ເປັນ​ໝູ່​ຢ່າງໜັກ​ໃນ​ທ່າມກາງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka