ຈົດບັນຊີ 4:14 - ພຣະຄຳພີສັກສິ14 ແລ້ວໃຫ້ເອົາເຄື່ອງໃຊ້ປະຈຳແທ່ນບູຊາເຊັ່ນ: ຖາດຮອງໄຟ, ຂໍເກາະ, ຊ້ວນ ແລະອ່າງວາງໃສ່ເທິງນັ້ນ. ແລ້ວຈຶ່ງເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລະສອດໄມ້ຄານຫາມໃສ່. Uka jalj uñjjattʼäta |
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.