13 ໃຫ້ພວກເຂົາເອົາຂີ້ເຖົ່າຂອງໄຂມັນອອກຈາກແທ່ນບູຊາ ແລະເອົາຜ້າສີມ່ວງປົກແທ່ນນັ້ນໄວ້.
ພວກເຂົາໄດ້ໃຊ້ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ເຮັດເຄື່ອງແຕ່ງກາຍອັນງົດງາມຂອງປະໂຣຫິດ ເພື່ອນຸ່ງເຂົ້າໄປບົວລະບັດຮັບໃຊ້ໃນບ່ອນສັກສິດ. ພວກເຂົາໄດ້ເຮັດເຄື່ອງແຕ່ງກາຍຂອງປະໂຣຫິດໃຫ້ອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ແລະເຄື່ອງແຕ່ງກາຍອັນສະຫງ່າງາມປະຈຳຕຳແໜ່ງປະໂຣຫິດ, ເພື່ອໃສ່ເມື່ອເຂົ້າໄປໃນບ່ອນສັກສິດ ຄືເຄື່ອງແຕ່ງກາຍສຳລັບອາໂຣນ ແລະສຳລັບພວກລູກຊາຍຂອງລາວ.
ແລ້ວໃຫ້ເອົາເຄື່ອງໃຊ້ປະຈຳແທ່ນບູຊາເຊັ່ນ: ຖາດຮອງໄຟ, ຂໍເກາະ, ຊ້ວນ ແລະອ່າງວາງໃສ່ເທິງນັ້ນ. ແລ້ວຈຶ່ງເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລະສອດໄມ້ຄານຫາມໃສ່.