12 ສ່ວນເຄື່ອງໃຊ້ທັງໝົດໃນສະຖານທີ່ສັກສິດນັ້ນ ໃຫ້ເອົາຜ້າສີຟ້າຫໍ່ແລະເອົາໜັງຢ່າງດີຫໍ່ອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງເທິງໄມ້ຄານຫາມ.
ຊາວເລວີອື່ນໆຮັບຜິດຊອບເຄື່ອງໃຊ້ຕ່າງໆທີ່ໄດ້ໃຊ້ໃນການນະມັດສະການ. ພວກເຂົາກວດນັບທຸກເທື່ອ ທີ່ມີຜູ້ເອົາອອກໄປໃຊ້ແລະເອົາມາສົ່ງຄືນ.
ຄົນອື່ນຮັບເບິ່ງແຍງເຄື່ອງໃຊ້ສັກສິດອື່ນໆແລະດູແລແປ້ງ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ເຄື່ອງຫອມ ແລະເຄື່ອງເທດ.
ຮູຣາມຍັງໄດ້ເຮັດໝໍ້, ຊວ້ານ ແລະຖ້ວຍ. ລາວໄດ້ເຮັດໝົດທຸກສິ່ງທີ່ຕົນໄດ້ສັນຍາໄວ້ກັບກະສັດໂຊໂລໂມນວ່າ ຈະເຮັດໃຫ້ສຳເລັດສຳລັບວິຫານຂອງພຣະເຈົ້າ ມີດັ່ງນີ້:
ໝໍ້, ຊວ້ານ ແລະສ້ອມ. ຮູຣາມນາຍຊ່າງສີມືໄດ້ເຮັດສິ່ງເຫຼົ່ານີ້ທັງໝົດ ດ້ວຍທອງສຳຣິດເພື່ອໃຊ້ໃນວິຫານຂອງພຣະເຈົ້າຢາເວ ຕາມທີ່ກະສັດໂຊໂລໂມນໄດ້ສັ່ງທຸກປະການ.
ກະສັດໂຊໂລໂມນຍັງມີເຄື່ອງຕົບແຕ່ງວິຫານຂອງພຣະເຈົ້າທີ່ເຮັດດ້ວຍຄຳເຊັ່ນກັນ ດັ່ງນີ້: ແທ່ນບູຊາແລະໂຕະໃສ່ເຂົ້າຈີ່ທີ່ຖວາຍໄວ້;
ມີດຕັດໄສ້ຕະກຽງ, ຖ້ວຍ, ຊາມຮອງເຄື່ອງຫອມ ແລະໝໍ້ຂາງທີ່ໃສ່ຖ່ານໄຟແດງ. ສິ່ງທັງໝົດນີ້ໄດ້ເຮັດດ້ວຍຄຳສົດ. ປະຕູຂ້າງນອກຂອງພຣະວິຫານ ແລະປະຕູຂອງພຣະວິຫານເຂົ້າໄປສະຖານທີ່ສັກສິດທີ່ສຸດ ກໍໄດ້ໂອບດ້ວຍຄຳເຊັ່ນກັນ.
ໜັງແກະເຖິກຍ້ອມສີແດງ; ໜັງສັດທີ່ລະອຽດດີ; ໄມ້ກະຖິນເທດ;
ຈົ່ງເຮັດຫໍເຕັນສັກສິດແລະເຄື່ອງປະກອບນັ້ນ ຕາມແບບແຜນທີ່ເຮົາຈະສຳແດງໃຫ້ເຈົ້າເບິ່ງ.
ເຄື່ອງສະຫງ່າງາມປະຈຳຕຳແໜ່ງປະໂຣຫິດຂອງອາໂຣນ ແລະພວກລູກຊາຍຂອງລາວ ເພື່ອໃສ່ໃນເວລາພວກເຂົາເຂົ້າມາບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
ພວກເຂົາຈະຮັບຜິດຊອບອຸປະກອນທັງໝົດຂອງຫໍເຕັນບ່ອນຊຸມນຸມ ແລະເຮັດໜ້າທີ່ສຳລັບຊາວອິດສະຣາເອນທັງປວງ ໂດຍເຮັດວຽກຮັບໃຊ້ທີ່ຫໍເຕັນສັກສິດ.
ຕໍ່ໄປ ພວກເຂົາຈະຕ້ອງເອົາຜ້າສີຟ້າປົກແທ່ນບູຊາຄຳ ແລະເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
ໃຫ້ພວກເຂົາເອົາຂີ້ເຖົ່າຂອງໄຂມັນອອກຈາກແທ່ນບູຊາ ແລະເອົາຜ້າສີມ່ວງປົກແທ່ນນັ້ນໄວ້.
ນອກຈາກນີ້ໃຫ້ເອົາໜັງຢ່າງດີປົກທາງເທິງກ່ອນ ແລະເອົາຜ້າສີຟ້າປົກເທິງອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
ຕ້ອງປູຜ້າສີຟ້າລົງເທິງໂຕະກ່ອນ ຊຶ່ງມີເຂົ້າຈີ່ຖວາຍວາງໄວ້ທີ່ນັ້ນ ແລ້ວຈຶ່ງເອົາຊາມ, ຈານເຄື່ອງຫອມ, ຈານໃສ່ເຄື່ອງຖວາຍ ແລະຈອກໃສ່ເຫຼົ້າອະງຸ່ນສຳລັບຖວາຍ ວາງໃສ່ເທິງໂຕະ. ສ່ວນເຂົ້າຈີ່ນັ້ນ ຈະຕ້ອງມີຢູ່ເທິງໂຕະສະເໝີ.
ພວກເຂົາຈະຕ້ອງໃຊ້ຜ້າສີຟ້າປົກຫລັກຕະກຽງ, ຕະກຽງ, ເຫລັກຄີບ, ຖາດໃສ່ຄີມ, ແລະຖັງໃສ່ນໍ້າມັນໄຕ້ຕະກຽງ.