11 ຕໍ່ໄປ ພວກເຂົາຈະຕ້ອງເອົາຜ້າສີຟ້າປົກແທ່ນບູຊາຄຳ ແລະເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
ແທ່ນຄຳ ນໍ້າມັນເຈີມສັກສິດ ເຄື່ອງຫອມສຳລັບການເຜົາຖວາຍບູຊາ; ຜ້າກັ້ງທາງປະຕູເຂົ້າຫໍເຕັນ;
ຈົ່ງຕັ້ງແທ່ນຄຳສຳລັບເຜົາເຄື່ອງຫອມໄວ້ຕໍ່ໜ້າຫີບພັນທະສັນຍາ ແລະກາງຜ້າກັ້ງໃສ່ທາງປະຕູເຂົ້າຫໍເຕັນສັກສິດ.
ໃຫ້ເອົາໜັງຢ່າງດີຫໍ່ຕະກຽງ ແລະເຄື່ອງປະກອບທັງໝົດອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງໄວ້ທີ່ເທິງໄມ້ຄານຫາມ.
ສ່ວນເຄື່ອງໃຊ້ທັງໝົດໃນສະຖານທີ່ສັກສິດນັ້ນ ໃຫ້ເອົາຜ້າສີຟ້າຫໍ່ແລະເອົາໜັງຢ່າງດີຫໍ່ອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງເທິງໄມ້ຄານຫາມ.
ນອກຈາກນີ້ໃຫ້ເອົາໜັງຢ່າງດີປົກທາງເທິງກ່ອນ ແລະເອົາຜ້າສີຟ້າປົກເທິງອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
ມີເທວະດາອີກຕົນໜຶ່ງ ຖືໝໍ້ຄຳໃສ່ເຄື່ອງຫອມອອກມາຢືນຢູ່ຕໍ່ໜ້າແທ່ນບູຊາ. ເພິ່ນໄດ້ຮັບເຄື່ອງຫອມຢ່າງຫລວງຫລາຍ ເພື່ອຈະຖວາຍຮ່ວມກັບຄຳພາວັນນາອະທິຖານແຫ່ງໄພ່ພົນທັງໝົດຂອງພຣະເຈົ້າ ເທິງແທ່ນບູຊາຄຳທີ່ຢູ່ຕໍ່ໜ້າພຣະບັນລັງນັ້ນ.