10 ໃຫ້ເອົາໜັງຢ່າງດີຫໍ່ຕະກຽງ ແລະເຄື່ອງປະກອບທັງໝົດອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງໄວ້ທີ່ເທິງໄມ້ຄານຫາມ.
ຈົ່ງເຮັດຕີນຮອງຕະກຽງດ້ວຍຄຳສົດ; ຕີນແລະລຳໂຕຂອງຫລັກຕະກຽງນັ້ນ ໃຫ້ຕີເປັນຮູບດອກໄມ້ມີທັງດອກຈູມດອກບານ ແລະກີບດອກໄມ້ໃຫ້ຕິດເປັນເນື້ອດຽວກັນກັບຕີນຮອງຂອງຕະກຽງ.
ໜັງແກະເຖິກຍ້ອມສີແດງ; ໜັງສັດທີ່ລະອຽດດີ; ໄມ້ກະຖິນເທດ;
ຕໍ່ໄປ ພວກເຂົາຈະຕ້ອງເອົາຜ້າສີຟ້າປົກແທ່ນບູຊາຄຳ ແລະເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
ສ່ວນເຄື່ອງໃຊ້ທັງໝົດໃນສະຖານທີ່ສັກສິດນັ້ນ ໃຫ້ເອົາຜ້າສີຟ້າຫໍ່ແລະເອົາໜັງຢ່າງດີຫໍ່ອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງເທິງໄມ້ຄານຫາມ.
ນອກຈາກນີ້ໃຫ້ເອົາໜັງຢ່າງດີປົກທາງເທິງກ່ອນ ແລະເອົາຜ້າສີຟ້າປົກເທິງອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
ພວກເຂົາຈະຕ້ອງໃຊ້ຜ້າສີຟ້າປົກຫລັກຕະກຽງ, ຕະກຽງ, ເຫລັກຄີບ, ຖາດໃສ່ຄີມ, ແລະຖັງໃສ່ນໍ້າມັນໄຕ້ຕະກຽງ.