1 ພຣະເຈົ້າຢາເວໄດ້ບອກໂມເຊ ແລະອາໂຣນດັ່ງນີ້:
ເລວີແລະລູກຊາຍຂອງຕົນ: ເກໂຊນ, ໂກຮາດ ແລະເມຣາຣີ.
ເຮົາໄດ້ເລືອກເອົາໂອໂຮລີອາບ ລູກຊາຍຂອງອາຮີສາມັກຈາກເຜົ່າດານຄືກັນ ເພື່ອໃຫ້ເຮັດວຽກຮ່ວມກັນກັບເບຊາເລນ. ເຮົາໄດ້ໃຫ້ພວກຊ່າງສີມືຄົນອື່ນໆມີສະຕິປັນຍາຄືກັນ ເພື່ອວ່າພວກເຂົາຈະສາມາດເຮັດທຸກໆສິ່ງທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດເຊັ່ນ:
ພວກເຂົາຈະຮັບໃຊ້ເຮົາຢູ່ໃນພຣະວິຫານໄດ້ ໂດຍຮັບຜິດຊອບເຝົ້າຍາມປະຕູ ແລະໂດຍເຮັດວຽກຢ່າງອື່ນໃນພຣະວິຫານ. ພວກເຂົາຈະຂ້າສັດທີ່ປະຊາຊົນຖວາຍເປັນເຄື່ອງເຜົາບູຊາ ແລະເຄື່ອງບູຊາອື່ນໆ ແລະມີໜ້າທີ່ຮັບໃຊ້ປະຊາຊົນ.
ເມື່ອພວກເຈົ້າຍົກຍ້າຍຄ້າຍພັກເທື່ອໃດ ພວກເລວີກໍຈະມ້າງຫໍເຕັນສັກສິດລົງ ແລະຕັ້ງຂຶ້ນອີກຢູ່ໃນຄ້າຍພັກບ່ອນໃໝ່ເທື່ອນັ້ນ. ຜູ້ໃດຜູ້ໜຶ່ງທີ່ເຂົ້າມາໃກ້ຫໍເຕັນສັກສິດ ຈະໄດ້ຮັບໂທດເຖິງຕາຍ.
ມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ ຕາມຄຳສັ່ງຂອງພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ແລ້ວ.
“ໃຫ້ຈົດຈຳນວນພົນຊາວເລວີຢູ່ໃນຕະກຸນໂກຮາດ ຕາມຕະກຸນຍ່ອຍແລະຕາມຄອບຄົວ.