Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 36:9 - ພຣະຄຳພີສັກສິ

9 ແລະ​ຊັບສິນ​ກໍ​ຈະ​ບໍ່​ຕົກ​ເປັນ​ຂອງ​ຄົນ​ໃນ​ເຜົ່າອື່ນ. ແຕ່ລະເຜົ່າ​ຈະ​ສືບຕໍ່​ເປັນ​ກຳມະສິດ​ຊັບສິນ​ທີ່ດິນ​ໃນ​ເຜົ່າ​ຂອງຕົນເອງ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 36:9
6 Jak'a apnaqawi uñst'ayäwi  

ແຕ່​ນາໂບດ​ຕອບ​ວ່າ, “ສວນນີ້​ເປັນ​ມໍຣະດົກ​ຕົກທອດ​ມາ​ຈາກ​ປູ່ຍ່າຕາຍາຍ​ຂອງ​ຂ້ານ້ອຍ. ພຣະເຈົ້າຢາເວ​ຫ້າມ​ຂ້ານ້ອຍ​ບໍ່​ໃຫ້​ຍົກ​ສວນນີ້​ແກ່​ທ່ານ.”


ສະນັ້ນ ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຄື: ມາຮະລາ, ຕີຣະຊາ, ໂຮກະລາ, ມີລະກາ ແລະ​ໂນອາ ຈຶ່ງ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ພວກເຂົາ​ກໍໄດ້​ແຕ່ງງານ​ກັບ​ຊາຍ​ໃນ​ເຊື້ອສາຍ​ດຽວກັນ


ທີ່ດິນ​ຂອງ​ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ຍັງ​ຄົງ​ຢູ່​ໃນ​ເຜົ່າ​ຂອງຕົນ.


ຍິງ​ທຸກໆ​ຄົນ​ທີ່​ສືບທອດ​ມໍຣະດົກ​ຢູ່​ໃນ​ເຜົ່າ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ຕ້ອງ​ແຕ່ງງານ​ກັບ​ຊາຍ​ທີ່​ຢູ່​ໃນ​ເຜົ່າ​ນັ້ນ. ໃນ​ທຳນອງນີ້ ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ໄດ້​ສືບ​ມໍຣະດົກ​ຂອງ​ບັນພະບຸລຸດ​ຂອງຕົນ


ແລ້ວ​ໂຢຊວຍ​ກໍ​ໃຫ້​ປະຊາຊົນ​ເຫຼົ່ານັ້ນ​ກັບ​ໄປ​ສູ່​ດິນແດນ​ທີ່​ເປັນ​ສ່ວນ​ຂອງ​ໃຜລາວ.


ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka