6 ສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ກ່າວວ່າ, ‘ພວກລູກສາວຂອງເຊໂລເຟຮັດມີສິດທີ່ຈະແຕ່ງງານກັບໃຜກໍໄດ້ ແຕ່ຕ້ອງແມ່ນຄົນໃນເຜົ່າດຽວກັນ.’
ຂ້ອຍຢາກໃຫ້ເຈົ້າສາບານໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນແລະແຜ່ນດິນໂລກວ່າ, ເຈົ້າຈະບໍ່ຫາເມຍທີ່ການາອານນີ້ໃຫ້ລູກຊາຍຂອງຂ້ອຍ.
ແຕ່ເອເລອາຊາໄດ້ຕາຍໄປໂດຍບໍ່ມີລູກຊາຍ ແລະມີແຕ່ລູກສາວ. ພວກລູກສາວຂອງລາວໄດ້ແຕ່ງງານກັບລູກຊາຍຂອງກີເຊ ພີ່ນ້ອງຕົນເອງ.
“ສິ່ງທີ່ພວກລູກສາວຂອງເຊໂລເຟຮັດຂໍຮ້ອງນັ້ນແມ່ນສິ່ງທີ່ຖືກຕ້ອງ ຈົ່ງໃຫ້ພວກເຂົາມີດິນແດນຢູ່ໃນທ່າມກາງຍາດຕິພີ່ນ້ອງພໍ່ຂອງພວກເຂົາໄດ້. ໃຫ້ສ່ວນມໍຣະດົກຂອງເຊໂລເຟຮັດຕົກທອດມາເຖິງພວກເຂົາ.
ພວກເຂົາແຕ່ງງານກັບຊາຍໃນຕະກຸນຂອງເຜົ່າມານາເຊລູກຊາຍຂອງໂຢເຊັບ ແລະຊັບສິນທີ່ດິນຂອງພວກເຂົາກໍຍັງຢູ່ໃນເຜົ່າພໍ່ຂອງພວກຕົນຕໍ່ໄປ.
ດັ່ງນັ້ນ ໂມເຊຈຶ່ງບອກປະຊາຊົນໃຫ້ເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວ ດັ່ງນີ້: “ເລື່ອງທີ່ເຜົ່າມານາເຊເວົ້າມານັ້ນແມ່ນຖືກຕ້ອງ
ຢ່າຜູກພັນກັບຄົນທີ່ບໍ່ເຊື່ອໃນຖານະທີ່ບໍ່ສະເໝີກັນ ເພາະວ່າ ຄວາມຊອບທຳຈະມີຫຸ້ນສ່ວນອັນໃດກັບຄວາມອະທຳ? ແລະຄວາມສະຫວ່າງຈະເຂົ້າສະໜິດກັບຄວາມມືດໄດ້ຢ່າງໃດ?