3 ບັດນີ້ ຖ້າພວກເຂົາຫາກແຕ່ງງານກັບຜູ້ຊາຍຢູ່ໃນເຜົ່າອື່ນຂອງອິດສະຣາເອນ ຊັບສິນຂອງພວກເຂົາຈະເປັນຂອງເຜົ່ານັ້ນ ແລະສ່ວນແບ່ງໃນດິນແດນຂອງພວກເຮົາກໍຈະຫລຸດນ້ອຍລົງ.
ພວກເຂົາກ່າວວ່າ, “ພຣະເຈົ້າຢາເວໄດ້ສັ່ງທ່ານ ໃຫ້ແບ່ງປັນດິນແດນແກ່ປະຊາຊົນອິດສະຣາເອນ ໂດຍວິທີໃຊ້ສະຫລາກ. ພຣະເຈົ້າຢາເວຍັງໄດ້ສັ່ງທ່ານໃຫ້ຍົກດິນແດນ ທີ່ເປັນສ່ວນຂອງເຊໂລເຟຮັດພີ່ນ້ອງຂອງພວກເຮົາໃຫ້ພວກລູກສາວຂອງລາວ.
ໃນປີຄົບຮອບຫ້າສິບປີ ເມື່ອທີ່ດິນທີ່ໄດ້ຂາຍໄປນັ້ນຖືກສົ່ງຄືນໃຫ້ແກ່ເຈົ້າຂອງເດີມ ທີ່ດິນຂອງພວກເຂົາຈະຖືກເພີ່ມເຂົ້າກັບເຜົ່າຂອງຝ່າຍຊາຍ ທີ່ພວກເຂົາໄດ້ແຕ່ງງານນຳນັ້ນ ແລະເຜົ່າຂອງພວກເຮົາກໍຈະເປັນຝ່າຍສູນເສຍ.”