Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 36:13 - ພຣະຄຳພີສັກສິ

13 ລະບຽບການ​ຕ່າງໆ​ເຫຼົ່ານີ້​ແມ່ນ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ​ໂດຍ​ຜ່ານ​ທາງ​ໂມເຊ ໃນ​ທົ່ງພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ.

Uka jalj uñjjattʼäta Copia luraña




ຈົດບັນຊີ 36:13
12 Jak'a apnaqawi uñst'ayäwi  

ອັນນີ້ ແມ່ນ​ລະບຽບ​ການ​ກ່ຽວກັບ​ສັດ​ແລະ​ນົກ ຕະຫລອດ​ທັງ​ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນໍ້າ ແລະ​ສັດ​ທຸກໆ​ຊະນິດ​ທີ່​ເຄື່ອນຍ້າຍ​ໄປມາ​ເທິງ​ໜ້າດິນ.


ອັນນີ້ ແມ່ນ​ລະບຽບການ​ກ່ຽວກັບ​ຂີ້ເຮື້ອນ ບໍ່​ວ່າ​ເກີດ​ນຳ​ຂົນສັດ ຫລື​ຜ້າປ່ານ ຫລື​ໃນ​ຜ້າປ່ານ ຫລື​ໃນ​ເຄື່ອງນຸ່ງ​ທີ່​ເປັນ​ຂົນສັດ ຫລື​ສິ່ງໃດໆ​ກໍຕາມ​ທີ່​ເຮັດ​ດ້ວຍ​ໜັງສັດ; ອັນ​ນີ້​ແມ່ນ​ລະບຽບ​ເພື່ອ​ຕັດສິນ​ວ່າ ເປັນ​ມົນທິນ​ຫລື​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ທັງໝົດ​ນີ້​ແມ່ນ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຕ່າງໆ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ໂມເຊ ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.


ອັນ​ນີ້​ແມ່ນ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.


ຊາວ​ອິດສະຣາເອນ​ໄດ້​ເຄື່ອນຍ້າຍ​ໄປ​ຕັ້ງ​ຄ້າຍພັກ​ຕາມ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.


ດັ່ງນັ້ນ ໂມເຊ​ກັບ​ເອເລອາຊາ​ປະໂຣຫິດ​ຈຶ່ງ​ໄດ້​ກ່າວ​ກັບ​ພວກເຂົາ​ທີ່​ທົ່ງ​ຮາບພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ. ແລະ​ໄດ້ກ່າວ​ວ່າ,


ພຣະເຈົ້າຢາເວ​ໄດ້​ໃຫ້​ໂມເຊ​ແນະນຳ​ຊາວ​ອິດສະຣາເອນ​ທີ່​ທົ່ງພຽງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ໃນ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ​ວ່າ,


ພວກເຂົາ​ແຕ່ງງານ​ກັບ​ຊາຍ​ໃນ​ຕະກຸນ​ຂອງ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ແລະ​ຊັບສິນ​ທີ່ດິນ​ຂອງ​ພວກເຂົາ​ກໍ​ຍັງ​ຢູ່​ໃນ​ເຜົ່າ​ພໍ່​ຂອງ​ພວກ​ຕົນ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka