Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 36:10 - ພຣະຄຳພີສັກສິ

10-11 ສະນັ້ນ ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຄື: ມາຮະລາ, ຕີຣະຊາ, ໂຮກະລາ, ມີລະກາ ແລະ​ໂນອາ ຈຶ່ງ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ພວກເຂົາ​ກໍໄດ້​ແຕ່ງງານ​ກັບ​ຊາຍ​ໃນ​ເຊື້ອສາຍ​ດຽວກັນ

Uka jalj uñjjattʼäta Copia luraña




ຈົດບັນຊີ 36:10
9 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກ​ຢູດາ​ເຊັ່ນກັນ ແລະ​ໃຫ້​ພວກເຂົາ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕັ້ງໃຈ​ເຮັດ​ຕາມ​ພຣະປະສົງ​ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຕາມ​ກົດລະບຽບ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ແລະ​ອາໂຣນ​ທຸກປະການ.


ເມື່ອ​ໂມເຊ​ໄດ້​ກ່າວ​ເຊັ່ນນີ້​ຕໍ່​ປະຊາຊົນ​ອິດສະຣາເອນ​ແລ້ວ ພວກເຂົາ​ໄດ້​ນຳ​ຊາຍ​ຄົນ​ນັ້ນ​ອອກ​ໄປ​ນອກ​ຄ້າຍພັກ ແລະ​ຄວ່າງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ. ໃນ​ທຳນອງນີ້​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ປະຕິບັດ ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ແກ່​ໂມເຊ.


ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.


ແລະ​ຊັບສິນ​ກໍ​ຈະ​ບໍ່​ຕົກ​ເປັນ​ຂອງ​ຄົນ​ໃນ​ເຜົ່າອື່ນ. ແຕ່ລະເຜົ່າ​ຈະ​ສືບຕໍ່​ເປັນ​ກຳມະສິດ​ຊັບສິນ​ທີ່ດິນ​ໃນ​ເຜົ່າ​ຂອງຕົນເອງ.”


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ພວກ​ນາງ​ໄດ້​ໄປ​ຫາ​ປະໂຣຫິດ​ເອເລອາຊາ, ໂຢຊວຍ​ລູກຊາຍ​ຂອງ​ນູນ, ພ້ອມ​ທັງ​ບັນດາ​ຜູ້ນຳ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ມອບ​ດິນແດນ​ສ່ວນ​ໜຶ່ງ ໃຫ້​ເປັນ​ກຳມະສິດ​ຂອງ​ພວກ​ຂ້ານ້ອຍ ຄື​ກັນ​ກັບ​ບັນດາ​ຜູ້ຊາຍ​ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ.” ດັ່ງນັ້ນ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພວກ​ນາງ​ຈຶ່ງ​ໄດ້​ຮັບ​ດິນແດນ​ເໝືອນກັນ​ກັບ​ພວກ​ຜູ້ຊາຍ ທີ່​ເປັນ​ຍາດຕິພີ່ນ້ອງ​ຂອງ​ພວກຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka