1 ບັນດາຫົວໜ້າຄອບຄົວຕ່າງໆຢູ່ໃນຕະກຸນກີເລອາດ ລູກຊາຍຂອງມາກີ ແລະຫລານຊາຍຂອງມານາເຊລູກຊາຍຂອງໂຢເຊັບ ໄດ້ມາຫາໂມເຊກັບພວກຜູ້ນຳຄົນອື່ນໆ.
ເພິ່ນມີຊີວິດຢູ່ຈົນເຫັນລູກ ແລະຫລານຂອງເອຟຣາອິມ. ເພິ່ນມີຊີວິດຢູ່ຈົນໄດ້ຮັບເອົາລູກຂອງມາກີ ລູກຊາຍຂອງມານາເຊເຂົ້າໃນຄອບຄົວຄືກັນ.
ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະຕີຣະຊາ ແມ່ນລູກສາວຂອງເຊໂລເຟຮັດ ຜູ້ທີ່ເປັນລູກຊາຍຂອງເຮເຟ ແລະຫລານຊາຍຂອງກີເລອາດ ເຫຼັນຂອງມາກີແລະຫລ້ອນຂອງມານາເຊ ລູກຊາຍຂອງໂຢເຊັບ.
ພວກເຂົາມາຢືນຢູ່ຊ້ອງໜ້າໂມເຊປະໂຣຫິດເອເລອາຊາ, ບັນດາຜູ້ນຳ ແລະຊຸມຊົນທັງໝົດ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະຮຽກຮ້ອງສິດທິຂອງພວກຕົນວ່າ,
“ສິ່ງທີ່ພວກລູກສາວຂອງເຊໂລເຟຮັດຂໍຮ້ອງນັ້ນແມ່ນສິ່ງທີ່ຖືກຕ້ອງ ຈົ່ງໃຫ້ພວກເຂົາມີດິນແດນຢູ່ໃນທ່າມກາງຍາດຕິພີ່ນ້ອງພໍ່ຂອງພວກເຂົາໄດ້. ໃຫ້ສ່ວນມໍຣະດົກຂອງເຊໂລເຟຮັດຕົກທອດມາເຖິງພວກເຂົາ.