Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 35:2 - ພຣະຄຳພີສັກສິ

2 “ຈົ່ງ​ມອບ​ບາງ​ເມືອງ​ລວມ​ທັງ​ທົ່ງຫຍ້າ​ຢູ່​ອ້ອມແອ້ມ​ດິນແດນ ທີ່​ຊາວ​ອິດສະຣາເອນ​ໄດ້​ຮັບ​ນັ້ນ​ໃຫ້​ແກ່​ພວກ​ເລວີ.

Uka jalj uñjjattʼäta Copia luraña




ຈົດບັນຊີ 35:2
14 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ປະກາດ​ຕໍ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ວ່າ, “ຖ້າ​ພວກທ່ານ​ເຫັນດີ ແລະ​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ກໍ​ໃຫ້​ພວກເຮົາ​ໃຊ້​ຄົນນຳຂ່າວ​ເຫຼົ່ານີ້​ອອກ​ໄປ​ບອກ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຮົາ ລວມ​ກັບ​ພວກ​ປະໂຣຫິດ​ແລະ​ພວກເລວີ​ໃນ​ເມືອງ​ຂອງ​ພວກເຂົາ ໃຫ້​ມາ​ເຕົ້າໂຮມ​ກັນ​ທີ່​ນີ້​ກັບ​ພວກເຮົາ.


ຊາວ​ເລວີ​ໄດ້​ປະຖິ້ມ​ທົ່ງ​ລ້ຽງສັດ​ກັບ​ທີ່ດິນ​ອື່ນໆ​ຂອງ​ພວກ​ຕົນ ແລະ​ໄດ້​ຍົກຍ້າຍ​ເຂົ້າ​ມາ​ອາໄສ​ຢູ່​ທີ່​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ເພາະ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ ແລະ​ຜູ້​ຂຶ້ນ​ປົກຄອງ​ແທນ​ເພິ່ນ ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຮັບໃຊ້​ໃນ​ຖານະ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ.


ໃນ​ທ່າມກາງ​ພວກ​ປະໂຣຫິດ​ທີ່​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ ຊຶ່ງ​ຖືກ​ມອບ​ໃຫ້​ເປັນ​ກຳມະສິດ​ຂອງ​ເຊື້ອສາຍ​ອາໂຣນ ຫລື​ໃນ​ບ່ອນ​ລ້ຽງ​ສັດ​ທີ່​ເປັນ​ຂອງ​ເມືອງ​ນັ້ນ ກໍ​ມີ​ຄົນ​ຮັບຜິດຊອບ​ແຈກ​ຢາຍ​ອາຫານ​ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ ແລະ​ໃຫ້​ທຸກໆ​ຄົນ​ໃນ​ຕະກຸນ​ເລວີ​ທີ່​ໄດ້​ລົງບັນຊີ​ລາຍຊື່​ໄວ້.


ຂ້າພະເຈົ້າ​ຮູ້​ເຊັ່ນກັນ​ວ່າ ພວກ​ນັກຮ້ອງ ແລະ​ຊາວ​ເລວີ​ຄົນອື່ນໆ ໄດ້​ໜີ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ກັບຄືນ​ໄປ​ເຮັດ​ໄຮ່​ເຮັດ​ນາ​ຂອງ​ພວກເຂົາ ເພາະ​ປະຊາຊົນ​ບໍ່ໄດ້​ບໍລິຈາກ​ເຄື່ອງຂອງ​ໃຫ້​ພວກເຂົາ​ພຽງພໍ​ເພື່ອ​ການ​ດຳລົງ​ຊີວິດ​ຢູ່.


ສ່ວນ​ຕໍ່ໄປ​ຂອງ​ດິນແດນ​ນັ້ນ ຈົ່ງ​ແຍກ​ໄວ້​ເພື່ອ​ໃຊ້​ເປັນ​ພິເສດ. ດິນແດນ​ນັ້ນ​ໃຫ້​ກວ້າງ​ສິບສອງ​ກິໂລແມັດ​ເຄິ່ງ ແຕ່​ທິດໃຕ້​ຫາ​ທິດເໜືອ ແລະ​ມີ​ລວງຍາວ​ເທົ່າ​ກັບ​ສ່ວນ​ທັງຫລາຍ ຊຶ່ງ​ໄດ້​ມອບ​ໃຫ້​ເຜົ່າ​ຕ່າງໆ ແຕ່​ທິດ​ຕາເວັນອອກ​ຫາ​ທິດ​ຕາເວັນຕົກ. ພຣະວິຫານ​ຈະ​ຖືກ​ຕັ້ງ​ຂຶ້ນ​ພາຍ​ໃນ​ສ່ວນ​ນີ້.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ໃນ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ​ວ່າ,


ເມືອງ​ເຫຼົ່ານີ້ ຈະ​ເປັນ​ຂອງ​ພວກ​ເລວີ ເພື່ອ​ພວກເຂົາ​ຈະ​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ. ທົ່ງຫຍ້າ​ຈະ​ໃຊ້​ລ້ຽງ​ຝູງງົວ​ກັບ​ຝູງສັດ​ອື່ນໆ​ຂອງ​ພວກເຂົາ.


ຖ້າ​ຊາວ​ເລວີ​ຄົນ​ໃດ​ຕ້ອງການ​ຍ້າຍ​ຈາກ​ເມືອງ​ທີ່​ຕົນ​ອາໄສ​ຢູ່ ແລະ​ໄປ​ປະຈຳ​ຢູ່​ໃນ​ສະຖານທີ່​ພຣະເຈົ້າຢາເວ​ຈັດ​ໄວ້​ໃຫ້


Jiwasaru arktasipxañani:

Anuncios ukanaka


Anuncios ukanaka