Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 35:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ໃນ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ​ວ່າ,

Uka jalj uñjjattʼäta Copia luraña




ຈົດບັນຊີ 35:1
12 Jak'a apnaqawi uñst'ayäwi  

ໂດຍ​ວິທີ​ນີ້ ປະຊາຊົນ​ອິດສະຣາເອນ​ໄດ້​ມອບໝາຍ​ຕົວເມືອງ​ຕ່າງໆ ໃຫ້​ພວກ​ເລວີ​ອາໄສ​ຢູ່​ພ້ອມ​ທັງ​ທົ່ງຫຍ້າ​ອ້ອມ​ຕົວເມືອງ​ນັ້ນ​ດ້ວຍ. (


ຢ່າງ​ໃດ​ກໍຕາມ ຄົນເລວີ​ມີ​ສິດ​ຊື້​ຊັບສົມບັດ​ໃນ​ຕົວເມືອງ​ທັງຫລາຍ​ຄືນ​ໄດ້​ທຸກ​ເວລາ ຕາມ​ທີ່​ໄດ້​ກຳນົດ​ໄວ້.


ຊາວ​ອິດສະຣາເອນ​ໄດ້​ເຄື່ອນຍ້າຍ​ໄປ​ຕັ້ງ​ຄ້າຍພັກ​ຕາມ​ທົ່ງ​ຮາບພຽງ​ຂອງ​ໂມອາບ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.


ດັ່ງນັ້ນ ໂມເຊ​ກັບ​ເອເລອາຊາ​ປະໂຣຫິດ​ຈຶ່ງ​ໄດ້​ກ່າວ​ກັບ​ພວກເຂົາ​ທີ່​ທົ່ງ​ຮາບພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ. ແລະ​ໄດ້ກ່າວ​ວ່າ,


ໂມເຊ​ແລະ​ເອເລອາຊາ​ເປັນ​ຜູ້​ຈົດ​ທະບຽນ​ຕະກຸນ​ຕ່າງໆ​ເຫຼົ່ານີ້ ເມື່ອ​ເພິ່ນ​ໄດ້​ເຮັດ​ສຳມະໂນຄົວ​ຊາວ​ອິດສະຣາເອນ​ທີ່​ທົ່ງພຽງ​ໂມອາບ ຊຶ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.


ມາ​ມອບ​ໃຫ້​ໂມເຊ​ແລະ​ເອເລອາຊາ ຜູ້​ເປັນ​ປະໂຣຫິດ ແລະ​ຊຸມຊົນ​ອິດສະຣາເອນ​ທີ່​ຄ້າຍພັກ​ທົ່ງພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.


ພຣະເຈົ້າຢາເວ​ໄດ້​ໃຫ້​ໂມເຊ​ແນະນຳ​ຊາວ​ອິດສະຣາເອນ​ທີ່​ທົ່ງພຽງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ


ແມ່ນ​ບຸກຄົນ​ເຫຼົ່ານີ້ ທີ່​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ແບ່ງປັນ​ຊັບສິນ​ແກ່​ປະຊາຊົນ​ອິດສະຣາເອນ​ໃນ​ດິນແດນ​ການາອານ.


“ຈົ່ງ​ມອບ​ບາງ​ເມືອງ​ລວມ​ທັງ​ທົ່ງຫຍ້າ​ຢູ່​ອ້ອມແອ້ມ​ດິນແດນ ທີ່​ຊາວ​ອິດສະຣາເອນ​ໄດ້​ຮັບ​ນັ້ນ​ໃຫ້​ແກ່​ພວກ​ເລວີ.


ລະບຽບການ​ຕ່າງໆ​ເຫຼົ່ານີ້​ແມ່ນ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ​ໂດຍ​ຜ່ານ​ທາງ​ໂມເຊ ໃນ​ທົ່ງພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ.


ປະຊາຊົນ​ອິດສະຣາເອນ​ໄດ້​ແບ່ງປັນ​ດິນແດນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.


ບັນດາ​ຫົວໜ້າ​ຂອງ​ຄອບຄົວ​ເລວີ​ໄດ້​ພາກັນ​ໄປ​ຫາ​ປະໂຣຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ​ຫົວໜ້າ​ຄອບຄົວ​ຕ່າງໆ​ຂອງ​ທຸກ​ເຜົ່າ​ໃນ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka