Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 34:8 - ພຣະຄຳພີສັກສິ

8 ແລະ​ຈາກ​ນັ້ນ​ໄປ​ເຖິງ​ຊ່ອງແຄບ​ຮາມັດ​ແລ້ວ​ຕໍ່ໄປ​ເຖິງ​ເຊດາດ

Uka jalj uñjjattʼäta Copia luraña




ຈົດບັນຊີ 34:8
12 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ໂຕອີ​ແຫ່ງ​ຮາມັດ​ໄດ້ຍິນ​ວ່າ ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ກອງທັບ​ທັງໝົດ​ຂອງ​ເຈົ້າ​ຮາດາເດເຊ


ທີ່​ພຣະວິຫານ ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ ໄດ້​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ເວລາ​ເຈັດ​ວັນ. ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮ່ວມ​ນຳ ຄື​ມາ​ແຕ່​ທາງ​ເໜືອສຸດ​ຂອງ​ຊ່ອງແຄບ​ຮາມັດ ແລະ​ເຂດແດນ​ທາງໃຕ້​ຂອງ​ປະເທດ​ເອຢິບ.


ກະສັດ​ເຢໂຣໂບອາມ​ທີສອງ​ໄດ້​ຢຶດເອົາ​ເຂດແດນ​ທັງໝົດ ທີ່​ເປັນ​ຂອງ​ຊາວ​ອິດສະຣາເອນ​ຄືນ ຕັ້ງແຕ່​ທາງ​ຜ່ານ​ຊ່ອງແຄບ​ຮາມັດ​ຢູ່​ທາງເໜືອ ຈົນເຖິງ​ທະເລ​ໃນ​ອາຣາບາ. ເຫດການ​ນີ້​ເປັນ​ໄປ​ຕາມ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ຜູ້ທຳນວາຍ​ໂຢນາ ລູກຊາຍ​ຂອງ​ອາມິດໄຕ ຊາວ​ເມືອງກາດ​ເຮເຟ.


ອາກວາດີ, ເຊມາຣີ ແລະ​ຮາມັດ.


ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ເຕົ້າໂຮມ​ປະຊາຊົນ​ອິດສະຣາເອນ​ຈາກ​ທົ່ວ​ປະເທດ ຄື​ຕັ້ງແຕ່​ຊາຍແດນ​ຊີໂຮເຣ​ປະເທດ​ເອຢິບ​ດ້ານ​ໃຕ້ ຈົນ​ຮອດ​ຊ່ອງແຄບ​ຮາມັດ​ທາງ​ດ້ານ​ເໜືອ ເພື່ອ​ໄປ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຈາກ​ເມືອງ​ກີຣີອາດ​ເຢອາຣີມ ມາ​ທີ່​ນະຄອນ​ເຢຣູຊາເລັມ.


ເຮົາ​ໄດ້​ຕີ​ຊະນະ​ເມືອງ​ຕ່າງໆ​ຂອງ​ການໂນ ແລະ​ກາກເກມິດ ເມືອງ​ຕ່າງໆ​ຂອງ​ຮາມັດ ແລະ​ອັກປັດ. ເຮົາ​ໄດ້​ຕີ​ຊະນະ​ນະຄອນ​ຊາມາເຣຍ ແລະ​ນະຄອນ​ດາມັສກັດ.


ແຕ່​ກອງທັບ​ພວກ​ບາບີໂລນ​ໄດ້​ໄລ່ຕາມ​ພວກເຂົາ​ໄປ ແລະ​ຈັບ​ກະສັດ​ເຊເດກີຢາ​ໄດ້​ໃນ​ທົ່ງພຽງ​ໃກ້​ກັບ​ເມືອງ​ເຢຣິໂກ. ແລ້ວ​ພວກເຂົາ​ກໍ​ນຳ​ເພິ່ນ​ໄປ​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ; ຢູ່​ທີ່​ນັ້ນ ກະສັດ​ເນບູ​ກາດເນັດຊາ​ໄດ້​ພິພາກສາ​ລົງໂທດ​ເພິ່ນ.


ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ກຳລັງ​ຈະ​ສົ່ງ​ກອງທັບ​ຕ່າງຊາດ​ມາ​ຢຶດເອົາ​ປະເທດ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ກົດຂີ່​ພວກເຈົ້າ ຕັ້ງແຕ່​ຊ່ອງແຄບ​ຮາມັດ​ທາງ​ທິດເໜືອ ຈົນເຖິງ​ຮ່ອມພູ​ອາຣາບາ​ທາງ​ທິດໃຕ້.”


ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ເດີນທາງ​ໄປ​ສູ່​ເຂດເໜືອ ແລະ​ສຳຫລວດ​ເບິ່ງ​ດິນແດນ ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ຢູ່​ທາງ​ເຂດ​ໃຕ້ ຈົນເຖິງ​ທາງ​ໄປ​ສູ່​ເມືອງ​ເຣໂຮບ​ໃກ້​ກັບ​ຊ່ອງແຄບ​ຮາມັດ​ທາງທິດເໜືອ.


ແລະ​ຊິບຟະໂຣນ​ແລະ​ຈະ​ສຸດ​ລົງ​ທີ່​ຮາຊາເອນານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka