Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 34:6 - ພຣະຄຳພີສັກສິ

6 ຊາຍແດນ​ທາງ​ທິດ​ຕາເວັນຕົກ​ແມ່ນ​ທະເລ​ເມດີແຕຣາເນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 34:6
12 Jak'a apnaqawi uñst'ayäwi  

ຕັ້ງແຕ່​ນໍ້າພຸ​ເອນ-ເກດີ​ໄປ ຈົນເຖິງ​ນໍ້າພຸ​ເອເນັກລາອີມ ຈະ​ມີ​ຊາວ​ຫາປາ​ຕາມ​ແຄມ​ຝັ່ງ​ທະເລ ແລະ​ພວກເຂົາ​ຈະ​ກາງ​ມອງ​ຂອງ​ພວກເຂົາ​ຕາກ​ໄວ້​ໃນ​ທີ່ນັ້ນ. ທີ່​ນັ້ນ​ຈະ​ມີ​ປາ​ຫລາຍ​ຊະນິດ ດັ່ງ​ທີ່​ມີ​ຢູ່​ໃນ​ທະເລ​ເມດີແຕຣາເນ.


ເຂດແດນ​ທາງ​ທິດເໜືອ ນັບ​ໄປ​ແຕ່​ດ້ານ​ຕາເວັນອອກ​ຂອງ​ທະເລ​ເມດີແຕຣາເນ ຈົນເຖິງ​ເມືອງ​ເຮດໂລນ, ຊ່ອງ​ແຄບ​ຮາມັດ​ເຖິງ​ເຊດາດ,


ຊາຍແດນ​ທາງ​ທິດ​ຕາເວັນຕົກ​ປະກອບ​ດ້ວຍ ທະເລ​ເມດີແຕຣາເນ​ໄປ​ສູ່​ພາກ​ເໜືອ ເຖິງ​ຈຸດ​ໜຶ່ງ​ຢູ່​ທາງ​ຕາເວັນ​ຕົກ​ຂອງ​ຊ່ອງແຄບ​ຮາມັດ.


ຕໍ່​ຈາກ​ນັ້ນ ຊາຍແດນ​ຈະ​ລ້ຽວ​ໄປ​ທາງ​ຮ່ອມພູ​ຂອງ​ຊາຍແດນ​ເອຢິບ ແລະ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ.


ຊາຍແດນ​ທາງ​ດ້ານ​ເໜືອ​ແມ່ນ​ລຽບ​ຕາມ​ຝັ່ງ​ຂອງ​ທະເລ​ເມດີແຕຣາເນ ໄປ​ເຖິງ​ພູ​ໂຮເຣ


ເຂດແດນ​ທັງໝົດ​ຂອງ​ເນັບທາລີ; ເຂດແດນ​ຕ່າງໆ​ຂອງ​ເອຟຣາອິມ​ແລະ​ມານາເຊ ເຂດແດນ​ຂອງ​ຢູດາ​ໄກ​ໄປ​ຮອດ​ທິດ​ຕາເວັນຕົກ​ຂອງ​ທະເລ​ເມດີແຕຣາເນ


ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງທິດໃຕ້ ຈົນເຖິງ​ພູເຂົາ​ເລບານອນ​ທາງທິດເໜືອ; ຕັ້ງແຕ່​ແມ່ນໍ້າ​ໃຫຍ່​ເອີຟຣັດ​ທາງທິດ​ຕາເວັນອອກ ຕະຫລອດ​ທັງ​ດິນແດນ​ຂອງ​ຊາວ​ຮິດຕີ ຈົນເຖິງ​ທະເລ​ເມດີ​ແຕຣາເນ​ທາງທິດ​ຕາເວັນຕົກ.


ແລ້ວ​ຊາຍແດນ​ນັ້ນ​ກໍໄດ້​ຍາວ​ອອກ​ໄປ ຈົນເຖິງ​ເນີນພູ​ດ້ານ​ເໜືອ​ຂອງ​ເມືອງ​ເອັກໂຣນ ລ້ຽວ​ໄປ​ທາງ​ຊິກເກໂຣນ, ຜ່ານ​ພູ​ບາອາລາ ແລະ​ໄປ​ຈົນເຖິງ​ຢຳນີຢາ. ເຂດແດນ​ນີ້​ເລີຍ​ໄປ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ


ຊຶ່ງ​ເປັນ​ຊາຍແດນ​ທາງທິດ​ຕາເວັນຕົກ. ລະຫວ່າງ​ຊາຍແດນ​ເຫຼົ່ານີ້​ແມ່ນ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຢູດາ​ອາໄສ​ຢູ່.


ຍັງ​ມີ​ເມືອງ​ອາຊະໂດດ​ແລະ​ກາຊາ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ກັບ​ໝູ່ບ້ານ​ຕ່າງໆ ໄປ​ຈົນເຖິງ​ລຳນໍ້າ​ທາງ​ຊາຍແດນ​ຂອງ​ປະເທດ​ເອຢິບ ແລະ​ທາງ​ຝັ່ງ​ທະເລ​ເມດີແຕຣາເນ.


ຂ້າພະເຈົ້າ​ໄດ້​ກຳນົດ​ໃຫ້​ເຜົ່າ​ຂອງ​ພວກເຈົ້າ ໄດ້​ເປັນ​ກຳມະສິດ​ດິນແດນ​ຂອງ​ຊົນຊາດ​ຕ່າງໆ​ທີ່​ເຫຼືອ​ຢູ່ ຕະຫລອດ​ທັງ​ທຸກ​ຊົນຊາດ​ທີ່​ຂ້າພະເຈົ້າ​ໄດ້​ຮົບ​ຊະນະ ຕັ້ງແຕ່​ແມ່ນໍ້າ​ຈໍແດນ​ທາງທິດ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ທາງ​ທິດ​ຕາເວັນຕົກ.


ໄຊຊະນະ​ຂອງ​ຊາວ​ອິດສະຣາເອນ ໄດ້​ຊ່າລື​ໄປ​ຈົນເຖິງ​ກະສັດ​ທັງໝົດ ທີ່​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ດັ່ງນີ້: ພວກ​ທີ່​ຢູ່​ຕາມ​ເນີນພູ, ຕາມ​ຕີນ​ພູ, ຕາມ​ທົ່ງ​ຮາບພຽງ ແລະ​ຕາມ​ຝັ່ງ​ທະເລ​ເມດີແຕຣາເນ​ທາງເໜືອ​ຈົນເຖິງ​ເລບານອນ. ພວກ​ນີ້​ແມ່ນ​ກະສັດ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka