Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 34:5 - ພຣະຄຳພີສັກສິ

5 ຕໍ່​ຈາກ​ນັ້ນ ຊາຍແດນ​ຈະ​ລ້ຽວ​ໄປ​ທາງ​ຮ່ອມພູ​ຂອງ​ຊາຍແດນ​ເອຢິບ ແລະ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 34:5
8 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ທີ່​ພຣະວິຫານ ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ ໄດ້​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ເວລາ​ເຈັດ​ວັນ. ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮ່ວມ​ນຳ ຄື​ມາ​ແຕ່​ທາງ​ເໜືອສຸດ​ຂອງ​ຊ່ອງແຄບ​ຮາມັດ ແລະ​ເຂດແດນ​ທາງໃຕ້​ຂອງ​ປະເທດ​ເອຢິບ.


ໃນ​ວັນ​ນັ້ນ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນຮອດ​ຊາຍແດນ​ຂອງ​ປະເທດ​ເອຢິບ ພຣະເຈົ້າຢາເວ​ຈະ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ແຕ່ລະຄົນ​ດັ່ງ​ຝັດ​ແກບ​ອອກ​ຈາກ​ເມັດ​ເຂົ້າ.


ຊາຍແດນ​ດ້ານ​ໃຕ້ ນັບ​ຈາກ​ທິດ​ຕາເວັນອອກ​ສ່ຽງໃຕ້​ຂອງ​ຕາມາ ເຖິງ​ນໍ້າພຸ​ກາເດັດ​ເມຣີບາ ແມ່ນ​ໄປ​ທາງ​ທິດ​ຕາເວັນຕົກ​ສ່ຽງເໜືອ ລຽບຕາມ​ຊາຍແດນ​ປະເທດ​ເອຢິບ​ຈົນເຖິງ​ທະເລ​ເມດີແຕຣາເນ.


ລາວ​ຈະ​ກາງ​ເຕັນ​ຫລວງ​ຂະໜາດ​ໃຫຍ່​ໄວ້ ລະຫວ່າງ​ທະເລ​ກັບ​ພູເຂົາ​ບໍຣິສຸດ​ທີ່​ງົດງາມ. ແຕ່​ລາວ​ຈະ​ຕາຍໄປ​ໂດຍ​ບໍ່ມີ​ຜູ້ໃດ​ໃນ​ທີ່ນັ້ນ​ຊ່ວຍ​ລາວ​ໄດ້.”


ຂຶ້ນ​ໄປ​ທາງ​ອາຊະໂມນ ແລະ​ລຽບ​ໄປ​ຕາມ​ລຳນໍ້າ​ຂອງ​ຊາຍແດນ​ແຫ່ງ​ປະເທດ​ເອຢິບ ລົງ​ສູ່​ທະເລ​ເມດີແຕຣາເນ. ອັນນີ້​ແມ່ນ​ຊາຍແດນ​ທາງທິດໃຕ້​ຂອງ​ເຜົ່າຢູດາ.


ຍັງ​ມີ​ເມືອງ​ອາຊະໂດດ​ແລະ​ກາຊາ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ກັບ​ໝູ່ບ້ານ​ຕ່າງໆ ໄປ​ຈົນເຖິງ​ລຳນໍ້າ​ທາງ​ຊາຍແດນ​ຂອງ​ປະເທດ​ເອຢິບ ແລະ​ທາງ​ຝັ່ງ​ທະເລ​ເມດີແຕຣາເນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka