Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 34:3 - ພຣະຄຳພີສັກສິ

3 ຊາຍແດນ​ທາງໃຕ້​ຈະ​ຢຽດ​ອອກ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ເລີຍ​ໄປ​ຕາມ​ຊາຍແດນ​ຂອງ​ເອໂດມ. ທາງທິດ​ຕາເວັນອອກ ຊາຍແດນ​ທາງດ້ານ​ໃຕ້​ເລີ່ມ​ແຕ່​ສົ້ນ​ສຸດ​ຂອງ​ທະເລຕາຍ

Uka jalj uñjjattʼäta Copia luraña




ຈົດບັນຊີ 34:3
9 Jak'a apnaqawi uñst'ayäwi  

ກະສັດ​ທັງ​ຫ້າ​ຄົນ​ນີ້​ຮ່ວມ​ກັນ​ເຂົ້າ​ເປັນ​ພັນທະມິດ ແລະ​ໂຮມ​ກຳລັງ​ກັນ​ຢູ່​ໃນ​ທົ່ງ​ຮາບພຽງ​ສິດດິມ ຊຶ່ງ​ໃນ​ປັດຈຸບັນ​ນີ້​ແມ່ນ​ທະເລຕາຍ.


ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ໄວ້ ຕັ້ງແຕ່​ອ່າວ​ອາກາບາ​ຈົນເຖິງ​ທະເລ​ເມດີແຕຣາເນ ແລະ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ຈົນເຖິງ​ແມ່ນໍ້າ​ເອີຟຣັດ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊົນ​ຕ່າງໆ​ໃນ​ດິນແດນ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຕໍ່ໄປນີ້​ແມ່ນ​ອານາເຂດ​ຂອງ​ດິນແດນ​ທີ່​ຈະ​ຕ້ອງ​ແບ່ງປັນ​ກັນ​ໃນ​ທ່າມກາງ​ສິບສອງ​ເຜົ່າ ລວມ​ທັງ​ເຜົ່າ​ຂອງ​ໂຢເຊັບ ທີ່​ຈະ​ຕ້ອງ​ໄດ້​ຮັບ​ສອງ​ສ່ວນ.


ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນໍ້າ​ນີ້​ໄຫລ​ຜ່ານ​ດິນແດນ​ໄປ​ທາງທິດ​ຕາເວັນອອກ ແລະ​ໄຫລ​ລົງ​ໄປ​ສູ່​ຮ່ອມພູ​ຈໍແດນ​ແລະ​ໄປ​ສູ່​ທະເລຕາຍ. ເມື່ອ​ໄຫລ​ລົງ​ໄປ​ໃນ​ທະເລຕາຍ ນໍ້າ​ນີ້​ກໍ​ເຮັດ​ໃຫ້​ນໍ້າເຄັມ​ໃນ​ທະເລ​ກາຍເປັນ​ນໍ້າຈືດ.


ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ເດີນທາງ​ໄປ​ສູ່​ເຂດເໜືອ ແລະ​ສຳຫລວດ​ເບິ່ງ​ດິນແດນ ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ຢູ່​ທາງ​ເຂດ​ໃຕ້ ຈົນເຖິງ​ທາງ​ໄປ​ສູ່​ເມືອງ​ເຣໂຮບ​ໃກ້​ກັບ​ຊ່ອງແຄບ​ຮາມັດ​ທາງທິດເໜືອ.


ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງທິດໃຕ້ ຈົນເຖິງ​ພູເຂົາ​ເລບານອນ​ທາງທິດເໜືອ; ຕັ້ງແຕ່​ແມ່ນໍ້າ​ໃຫຍ່​ເອີຟຣັດ​ທາງທິດ​ຕາເວັນອອກ ຕະຫລອດ​ທັງ​ດິນແດນ​ຂອງ​ຊາວ​ຮິດຕີ ຈົນເຖິງ​ທະເລ​ເມດີ​ແຕຣາເນ​ທາງທິດ​ຕາເວັນຕົກ.


ທັນໃດນັ້ນ ນໍ້າ​ທີ່​ໄຫລ​ມາ​ຈາກ​ທາງ​ເໜືອ​ກໍ​ຢຸດ​ໄຫລ​ແລະ​ໂຮມ​ເຂົ້າ​ກັນ​ທີ່​ເມືອງ​ອາດາມ ຢູ່​ໃກ້​ກັບ​ເມືອງ​ຊາເຣທານ ສາຍ​ນໍ້າ​ທີ່​ໄຫລ​ລົງ​ສູ່​ທະເລຕາຍ​ຖືກ​ຕັດຂາດ​ໝົດກ້ຽງ ແລະ​ປະຊາຊົນ​ຈຶ່ງ​ສາມາດ​ຂ້າມ​ນໍ້າ​ໄປ​ໃກ້​ກັບ​ເມືອງ​ເຢຣິໂກ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka