Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 34:2 - ພຣະຄຳພີສັກສິ

2 ໃຫ້​ແນະນຳ​ປະຊາຊົນ​ອິດສະຣາເອນ​ດັ່ງ​ຕໍ່ໄປນີ້: “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ການາອານ ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນັ້ນ ຊາຍແດນ​ຂອງ​ພວກເຈົ້າ​ຈະ​ມີ​ດັ່ງນີ້:

Uka jalj uñjjattʼäta Copia luraña




ຈົດບັນຊີ 34:2
23 Jak'a apnaqawi uñst'ayäwi  

ຈົນ​ເຂດແດນ​ຂອງ​ພວກເຂົາ ແຕ່​ຊີໂດນ​ທາງ​ພາກ​ໃຕ້​ໄປ​ເຖິງ​ເມືອງ​ເກຣາກ, ກາຊາ; ແລະ​ໃນ​ພາກ​ຕາເວັນອອກ​ໄປ​ຈົນເຖິງ​ເມືອງ​ໂຊໂດມ, ໂກໂມຣາ, ອັດມາ ແລະ​ເມືອງ​ເຊບົວອິມ ທີ່​ຢູ່​ໃກ້​ກັບ​ເມືອງ​ລາຊາ.


ເຮົາ​ຈະ​ມອບ​ດິນແດນ ທີ່​ເຈົ້າ​ອາໄສ​ຢູ່​ປັດຈຸບັນ​ໃນ​ຖານະ​ເປັນ​ຄົນ​ຕ່າງດ້າວ​ນີ້ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ. ດິນແດນ​ການາອານ​ທັງໝົດ ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


ພຣະອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ມອບ​ການາອານ​ໃຫ້ ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ແຕ່​ເທົ່ານັ້ນ.”


ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ໄວ້ ຕັ້ງແຕ່​ອ່າວ​ອາກາບາ​ຈົນເຖິງ​ທະເລ​ເມດີແຕຣາເນ ແລະ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ຈົນເຖິງ​ແມ່ນໍ້າ​ເອີຟຣັດ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊົນ​ຕ່າງໆ​ໃນ​ດິນແດນ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ເຮົາ​ຢາກ​ຮັບ​ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ​ແທ້ໆ ແລະ​ມອບ​ດິນແດນ​ໃຫ້​ເປັນ​ບ່ອນ​ທີ່​ມີ​ຄວາມ​ຍິນດີ ຄື​ດິນແດນ​ທີ່​ສວຍງາມ​ທີ່ສຸດ​ໃນ​ທົ່ວ​ທັງ​ໂລກນີ້. ເຮົາ​ຢາກ​ໃຫ້​ເຈົ້າ​ເອີ້ນ​ເຮົາ​ວ່າ ບິດາ ແລະ ບໍ່​ຫັນໜີ​ຈາກ​ເຮົາ​ໄປ​ອີກ​ຈັກເທື່ອ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຕໍ່ໄປນີ້​ແມ່ນ​ອານາເຂດ​ຂອງ​ດິນແດນ​ທີ່​ຈະ​ຕ້ອງ​ແບ່ງປັນ​ກັນ​ໃນ​ທ່າມກາງ​ສິບສອງ​ເຜົ່າ ລວມ​ທັງ​ເຜົ່າ​ຂອງ​ໂຢເຊັບ ທີ່​ຈະ​ຕ້ອງ​ໄດ້​ຮັບ​ສອງ​ສ່ວນ.


ເຮົາ​ໄດ້​ສັນຍາ​ຕໍ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ກຳມະສິດ​ດິນແດນ​ນີ້; ບັດນີ້ ຈົ່ງ​ແບ່ງປັນ​ໃນ​ທ່າມກາງ​ພວກເຈົ້າ​ໃຫ້​ເທົ່າກັນ​ເຖີດ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ


ພຣະອົງ​ໄດ້​ສ້າງ​ມະນຸດ​ທຸກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະນຸດ​ຄົນ​ດຽວ ແລະ​ໃຫ້​ພວກເຂົາ​ຢູ່​ທົ່ວ​ພິພົບ​ໂລກ ພຣະອົງ​ໄດ້​ຊົງ​ກຳນົດ​ເວລາ ແລະ​ກຳນົດ​ເຂດ​ທີ່​ພວກເຂົາ​ຢູ່​ນັ້ນ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ເປັນ​ເຄື່ອງ​ມັດຈຳ​ຂອງ​ການ​ຮັບ​ມໍຣະດົກ​ຂອງ​ພວກເຮົາ ຈົນກວ່າ​ເຮົາ​ຈະ​ໄດ້​ຮັບ​ເປັນ​ກຳມະສິດ ເປັນ​ທີ່​ຖວາຍ​ສັນລະເສີນ​ແດ່​ພຣະ​ກຽດຕິຍົດ​ຂອງ​ພຣະອົງ.


ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ.


ໂຢຊວຍ​ໄດ້​ຢຶດຄອງ​ດິນແດນ​ທັງໝົດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ. ເພິ່ນ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ຊາວ​ອິດສະຣາເອນ ໂດຍ​ໄດ້​ແບ່ງປັນ​ດິນແດນ​ນັ້ນ​ເປັນ​ສ່ວນ​ໃຫ້​ແຕ່ລະເຜົ່າ. ສະນັ້ນ ປະຊາຊົນ​ຈຶ່ງ​ໄດ້​ເຊົາ​ສູ້ຮົບ ແລະ​ຢູ່​ຢ່າງ​ສະຫງົບສຸກ.


ເມື່ອ​ໂຢຊວຍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ເຈົ້າ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ ແຕ່​ຍັງ​ມີ​ດິນແດນ​ຢູ່​ອີກ​ຫລາຍ​ແຫ່ງ​ທີ່​ເຈົ້າ​ຈະ​ຕ້ອງ​ຢຶດຄອງ ດັ່ງນີ້:


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ໃຫ້​ດິນແດນ​ທັງໝົດ​ນັ້ນ​ແກ່​ຊາດ​ອິດສະຣາເອນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ເມື່ອ​ພວກເຂົາ​ຢຶດຄອງ​ດິນແດນ​ເປັນ​ກຳມະສິດ​ແລ້ວ ກໍ​ພາກັນ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka