Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 34:17 - ພຣະຄຳພີສັກສິ

17 “ປະໂຣຫິດ​ເອເລອາຊາ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ ຈະ​ເປັນ​ຜູ້​ແບ່ງປັນ​ດິນແດນ​ໃຫ້​ປະຊາຊົນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 34:17
10 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


ພວກ​ເຫຼົ່ານີ້​ແມ່ນ​ນັກສືບ​ສອດແນມ ທີ່​ໂມເຊ​ສົ່ງ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເພິ່ນ​ໄດ້​ປ່ຽນ​ຊື່​ໃຫ້​ໂຮເຊຢາ​ລູກຊາຍ​ຂອງ​ນູນ​ວ່າ ໂຢຊວຍ.


ໂມເຊ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ ເພິ່ນ​ໄດ້​ສົ່ງ​ພວກ​ຜູ້ນຳ​ອອກ​ໄປ​ດັ່ງນີ້: ເຜົ່າ ຜູ້ນຳ ຣູເບັນ ຊາມມູອາ ລູກຊາຍ​ຂອງ​ຊັກກູເຣ ຊີເມໂອນ ຊາຟັດ ລູກຊາຍ​ຂອງ​ໂຮຣີ ຢູດາ ກາເລັບ ລູກຊາຍ​ຂອງ​ເຢຟຸນເນ ອິດຊາຄາ ອີການ ລູກຊາຍ​ຂອງ​ໂຢເຊັບ ເອຟຣາອິມ ໂຮເຊຢາ ລູກຊາຍ​ຂອງ​ນູນ ເບັນຢາມິນ ປານຕີ ລູກຊາຍ​ຂອງ​ຣາຟູ ເຊບູໂລນ ກາດດີເອນ ລູກຊາຍ​ຂອງ​ໂສດີ ມານາເຊ ກາດດີ ລູກຊາຍ​ຂອງ​ສູສີ ດານ ອາມມີເອນ ລູກຊາຍ​ຂອງ​ເກມາລີ ອາເຊ ເສທູເຣ ລູກຊາຍ​ຂອງ​ມີກາເອນ ເນັບທາລີ ນາບີ ລູກຊາຍ​ຂອງ​ວົບສີ ກາດ ເກອູເອນ ລູກຊາຍ​ຂອງ​ມາກີ


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


ຈົ່ງ​ເລືອກ​ເອົາ​ຜູ້ນຳ​ຄົນ​ໜຶ່ງ​ຈາກ​ແຕ່ລະເຜົ່າ ໃຫ້​ເປັນ​ຜູ້​ຊ່ວຍເຫລືອ​ໃນ​ວຽກງານ​ນີ້.”


ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ຊ່ວຍ​ຂອງ​ເຈົ້າ ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ. ສະນັ້ນ ຈົ່ງ​ໃຫ້​ກຳລັງໃຈ​ແກ່​ລາວ.’


ຕໍ່ໄປນີ້​ແມ່ນ​ການ​ແບ່ງປັນ​ດິນແດນ​ການາອານ ທີ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ໃຫ້​ປະຊາຊົນ​ອິດສະຣາເອນ. ປະໂຣຫິດ​ເອເລອາຊາ, ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ຊາວ​ອິດສະຣາເອນ​ໃນ​ເຜົ່າ​ຕ່າງໆ ໄດ້​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ພົນລະເມືອງ​ຂອງ​ພວກເຂົາ.


ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ເຂດແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ທີ່​ຖືກ​ມອບ​ໃຫ້​ເກົ້າ​ເຜົ່າ​ເຄິ່ງ​ນັ້ນ ໃຫ້​ພວກເຂົາ​ກຳນົດ​ເອົາ​ໂດຍ​ການ​ໃຊ້​ສະຫລາກ.


ປະໂຣຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ​ພວກ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ບັນດາ​ເຜົ່າ​ແຫ່ງ​ຊາດ​ອິດສະຣາເອນ ໄດ້​ຮັບ​ມອບໝາຍ​ດິນແດນ​ເຫຼົ່ານີ້​ໂດຍ​ການ​ໃຊ້​ສະຫລາກ ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ດ້ວຍ​ການ​ກະທຳ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ພວກເຂົາ​ຈຶ່ງ​ໄດ້​ແບ່ງປັນ​ດິນແດນ​ເປັນ​ທີ່​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka