14 ສ່ວນເຜົ່າຣູເບັນແລະກາດກັບອີກເຄິ່ງເຜົ່າຂອງມານາເຊນັ້ນ ໄດ້ຮັບສ່ວນແບ່ງຕາມຄອບຄົວຂອງພວກເຂົາແລ້ວ
ແຕ່ຖ້າພວກເຈົ້າຫາກບໍ່ເຮັດຕາມສັນຍາ ເຮົາຂໍເຕືອນວ່າ ພວກເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະພວກເຈົ້າຈະໄດ້ຮັບໂທດກຳຍ້ອນບາບນັ້ນ. ຢ່າເຂົ້າໃຈຜິດໃນເລື່ອງນີ້.
ດັ່ງນັ້ນ ໂມເຊຈຶ່ງໄດ້ມອບດິນແດນນັ້ນໃຫ້ແກ່ເຜົ່າກາດ, ເຜົ່າຣູເບັນ ແລະມານາເຊລູກຊາຍຂອງໂຢເຊັບເຄິ່ງເຜົ່າຄື: ເຂດແດນທັງໝົດຂອງເຈົ້າສີໂຫນກະສັດຂອງຊາວອາໂມ ແລະຂອງເຈົ້າໂອກກະສັດແຫ່ງນະຄອນບາຊານ ພ້ອມເມືອງຕ່າງໆທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
ຄືດິນແດນທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນ ທີ່ຢູ່ກົງກັນຂ້າມກັບເມືອງເຢຣິໂກ.”
ລາວໄດ້ເລືອກສັນເອົາດິນແດນທີ່ດີຍິ່ງໄວ້ ສິ່ງທີ່ເປັນຂອງຫົວໜ້າກໍໄດ້ມອບໃຫ້ພວກເຂົາ. ພວກເຂົາໄດ້ເຮັດຕາມຂໍ້ຄຳສັ່ງຂອງພຣະອົງ ແລະເຮັດຕາມກົດບັນຍັດຂອງພຣະເຈົ້າຢາເວ ເມື່ອບັນດາຫົວໜ້າຂອງຊາດອິດສະຣາເອນ ໄດ້ມາເຕົ້າຮ່ວມກັນຄົບໜ້າ.”
ເວລາທີ່ພວກເຈົ້າໄດ້ບຸກໜ້າເຂົ້າໄປນັ້ນ ພຣະອົງໄດ້ຂັບໄລ່ຊົນຊາດຕ່າງໆທີ່ຍິ່ງໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ເພື່ອພຣະອົງຈະໄດ້ນຳພວກເຈົ້າເຂົ້າໄປ ແລະເອົາດິນແດນຂອງພວກເຂົາໃຫ້ພວກເຈົ້າ ຄືດິນແດນທີ່ຍັງເປັນຂອງພວກເຈົ້າຢູ່ນີ້.