Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 34:13 - ພຣະຄຳພີສັກສິ

13 ສະນັ້ນ ໂມເຊ​ຈຶ່ງ​ປະກາດ​ຕໍ່​ຊາວ​ອິດສະຣາເອນ​ວ່າ, “ອັນນີ້ ແມ່ນ​ດິນແດນ​ທີ່​ພວກເຈົ້າ​ຈະ​ໄດ້​ຮັບ​ໂດຍ​ວິທີ​ໃຊ້​ສະຫລາກ ຄື​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ເກົ້າ​ເຜົ່າ​ເຄິ່ງ.

Uka jalj uñjjattʼäta Copia luraña




ຈົດບັນຊີ 34:13
10 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ເມື່ອ​ທີ່ດິນ​ໄດ້​ຖືກ​ແບ່ງ​ໃຫ້​ເປັນ​ສ່ວນ​ຂອງ​ແຕ່ລະເຜົ່າ​ແລ້ວ ຈົ່ງ​ຖວາຍ​ທີ່ດິນ​ຕອນ​ໜຶ່ງ​ໃຫ້​ເປັນ​ສ່ວນ​ຂອງ​ພຣະເຈົ້າຢາເວ. ທີ່ດິນ​ຕອນ​ນີ້​ໃຫ້​ຍາວ​ສິບສອງ​ກິໂລແມັດ​ເຄິ່ງ ແລະ​ໃຫ້​ກວ້າງ​ສິບ​ກິໂລແມັດ. ທີ່ດິນ​ຕອນ​ນີ້​ທັງໝົດ​ຈະ​ສັກສິດ.


ເພາະສະນັ້ນ ເມື່ອ​ເວລາ​ມາ​ເຖິງ​ສຳລັບ​ດິນແດນ​ທີ່​ຈະ​ຖືກ​ມອບ​ຄືນ ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຈົ້າ​ໄດ້​ຮັບ​ສ່ວນແບ່ງ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ


ແລ້ວ​ກໍ​ລຽບ​ລົງ​ມາ​ທາງໃຕ້​ຕາມ​ຝັ່ງ​ຂອງ​ແມ່ນໍ້າ​ຈໍແດນ​ຈົນເຖິງ​ທະເລຕາຍ. ອັນ​ນີ້​ແມ່ນ​ຊາຍແດນ​ທັງ​ສີ່​ທິດ​ຂອງ​ດິນແດນ​ຂອງ​ພວກເຈົ້າ.”


ດິນ​ທຸກໆ​ບ່ອນ​ທີ່​ພວກເຈົ້າ​ຍ່າງ​ຢຽບ​ໄປ​ຈະ​ເປັນ​ຂອງ​ພວກເຈົ້າ. ເຂດແດນ​ຂອງ​ພວກເຈົ້າ​ຈະ​ຢຽດ​ອອກ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ໃນ​ທິດໃຕ້ ຈົນ​ຮອດ​ພູ​ເລບານອນ​ໃນ​ທິດເໜືອ ແລະ​ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ທາງທິດ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ໃນ​ທິດ​ຕາເວັນຕົກ.


ບັດນີ້ ໃຫ້​ເຈົ້າ​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ເກົ້າ​ເຜົ່າ ແລະ​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka