Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 34:12 - ພຣະຄຳພີສັກສິ

12 ແລ້ວ​ກໍ​ລຽບ​ລົງ​ມາ​ທາງໃຕ້​ຕາມ​ຝັ່ງ​ຂອງ​ແມ່ນໍ້າ​ຈໍແດນ​ຈົນເຖິງ​ທະເລຕາຍ. ອັນ​ນີ້​ແມ່ນ​ຊາຍແດນ​ທັງ​ສີ່​ທິດ​ຂອງ​ດິນແດນ​ຂອງ​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 34:12
10 Jak'a apnaqawi uñst'ayäwi  

ໂລດ​ຫລຽວ​ໄປ​ຮອບໆ​ຈຶ່ງ​ເຫັນ​ວ່າ ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ຈົນເຖິງ​ເມືອງ​ໂຊອາ ມີ​ນໍ້າ​ຫລາຍ​ເໝືອນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ ຫລື​ດິນແດນ​ຂອງ​ປະເທດ​ເອຢິບ. (ກ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ ທົ່ງ​ຮາບ​ພຽງ​ນີ້​ອຸດົມສົມບູນ​ຫລາຍ.)


ກະສັດ​ທັງ​ຫ້າ​ຄົນ​ນີ້​ຮ່ວມ​ກັນ​ເຂົ້າ​ເປັນ​ພັນທະມິດ ແລະ​ໂຮມ​ກຳລັງ​ກັນ​ຢູ່​ໃນ​ທົ່ງ​ຮາບພຽງ​ສິດດິມ ຊຶ່ງ​ໃນ​ປັດຈຸບັນ​ນີ້​ແມ່ນ​ທະເລຕາຍ.


ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ໄວ້ ຕັ້ງແຕ່​ອ່າວ​ອາກາບາ​ຈົນເຖິງ​ທະເລ​ເມດີແຕຣາເນ ແລະ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ຈົນເຖິງ​ແມ່ນໍ້າ​ເອີຟຣັດ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊົນ​ຕ່າງໆ​ໃນ​ດິນແດນ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຕໍ່ໄປນີ້​ແມ່ນ​ອານາເຂດ​ຂອງ​ດິນແດນ​ທີ່​ຈະ​ຕ້ອງ​ແບ່ງປັນ​ກັນ​ໃນ​ທ່າມກາງ​ສິບສອງ​ເຜົ່າ ລວມ​ທັງ​ເຜົ່າ​ຂອງ​ໂຢເຊັບ ທີ່​ຈະ​ຕ້ອງ​ໄດ້​ຮັບ​ສອງ​ສ່ວນ.


ຕໍ່ຈາກນັ້ນ ຈະ​ເລີຍ​ລົງ​ໄປ​ທາງໃຕ້​ເຖິງ​ຣິບລາ ທາງ​ຕາເວັນອອກ​ຂອງ​ອາອິນ ແລະ​ຂຶ້ນ​ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ຝັ່ງ​ທະເລສາບ​ຄາລິເລ


ສະນັ້ນ ໂມເຊ​ຈຶ່ງ​ປະກາດ​ຕໍ່​ຊາວ​ອິດສະຣາເອນ​ວ່າ, “ອັນນີ້ ແມ່ນ​ດິນແດນ​ທີ່​ພວກເຈົ້າ​ຈະ​ໄດ້​ຮັບ​ໂດຍ​ວິທີ​ໃຊ້​ສະຫລາກ ຄື​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ເກົ້າ​ເຜົ່າ​ເຄິ່ງ.


ຊາຍແດນ​ທາງໃຕ້​ຈະ​ຢຽດ​ອອກ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ເລີຍ​ໄປ​ຕາມ​ຊາຍແດນ​ຂອງ​ເອໂດມ. ທາງທິດ​ຕາເວັນອອກ ຊາຍແດນ​ທາງດ້ານ​ໃຕ້​ເລີ່ມ​ແຕ່​ສົ້ນ​ສຸດ​ຂອງ​ທະເລຕາຍ


ເມື່ອ​ໂຢຊວຍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ເຈົ້າ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ ແຕ່​ຍັງ​ມີ​ດິນແດນ​ຢູ່​ອີກ​ຫລາຍ​ແຫ່ງ​ທີ່​ເຈົ້າ​ຈະ​ຕ້ອງ​ຢຶດຄອງ ດັ່ງນີ້:


ສ່ວນ​ຊາຍແດນ​ທາງທິດ​ຕາເວັນອອກ​ນັ້ນ​ແມ່ນ​ທະເລຕາຍ ແລະ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ອ່າວ​ບ່ອນ​ທີ່​ແມ່ນໍ້າ​ຈໍແດນ​ໄຫລ​ໄປ​ສູ່​ນັ້ນ. ສ່ວນ​ຊາຍແດນ​ທາງທິດເໜືອ​ເລີ່ມ​ແຕ່​ອ່າວ​ຂອງ​ທະເລ​ນີ້


Jiwasaru arktasipxañani:

Anuncios ukanaka


Anuncios ukanaka