11 ຕໍ່ຈາກນັ້ນ ຈະເລີຍລົງໄປທາງໃຕ້ເຖິງຣິບລາ ທາງຕາເວັນອອກຂອງອາອິນ ແລະຂຶ້ນສູ່ເນີນພູທາງທິດຕາເວັນອອກຂອງຝັ່ງທະເລສາບຄາລິເລ
ຣາຊການຂອງເພິ່ນໄດ້ສິ້ນສຸດລົງ ເມື່ອເຈົ້າເນໂກກະສັດແຫ່ງເອຢິບໄດ້ຈັບເພິ່ນໄປເປັນຊະເລີຍທີ່ເມືອງຣິບລາໃນດິນແດນຮາມັດ ແລະທັງໄດ້ບັງຄັບຊາວຢູດາໃຫ້ຈ່າຍເງິນເປັນຈຳນວນສາມພັນສີ່ຮ້ອຍກິໂລກຼາມ ແລະຄຳສາມສິບສີ່ກິໂລກຼາມ ເພື່ອເປັນເຄື່ອງບັນນາການ.
ພວກເຂົາໄດ້ຈັບກະສັດເຊເດກີຢາ ໄປຫາກະສັດເນບູກາດເນັດຊາຢູ່ໃນເມືອງຣິບລາ ແລະເນບູກາດເນັດຊາກໍໄດ້ພິພາກສາໂທດເພິ່ນຢູ່ທີ່ນັ້ນ.
ກະສັດແຫ່ງບາບີໂລນໄດ້ຕັດສິນ ໃຫ້ປະຫານພວກລູກຊາຍຂອງເຈົ້າເຊເດກີຢາ ທີ່ເມືອງຣິບລາຕໍ່ໜ້າຕໍ່ຕາຂອງເຈົ້າເຊເດກີຢາ ທັງໄດ້ໃຫ້ປະຫານພວກຂ້າຣາຊການຂອງຢູດາຍດ້ວຍ.
ເຈົ້າເຊເດກີຢາໄດ້ຖືກຈັບໄປຫາກະສັດເນບູກາດເນັດຊາທີ່ເມືອງຣິບລາໃນເຂດແດນຮາມັດ; ໃນທີ່ນັ້ນ ເຈົ້າເນບູກາດເນັດຊາໄດ້ພິພາກສາລົງໂທດເພິ່ນ.
ຊາຍແດນທາງດ້ານຕາເວັນອອກຈະລຽບຕາມເສັ້ນທາງຮາຊາເອນານ ໄປເຖິງເຊຟາມ.
ແລ້ວກໍລຽບລົງມາທາງໃຕ້ຕາມຝັ່ງຂອງແມ່ນໍ້າຈໍແດນຈົນເຖິງທະເລຕາຍ. ອັນນີ້ແມ່ນຊາຍແດນທັງສີ່ທິດຂອງດິນແດນຂອງພວກເຈົ້າ.”
ເມື່ອໄດ້ຂ້າມທະເລສາບມາເຖິງຂົງເຂດເຄັນເນຊາເຣັດແລ້ວ.
ວັນໜຶ່ງ ຂະນະທີ່ພຣະເຢຊູເຈົ້າຢືນຢູ່ທີ່ແຄມທະເລສາບເຄັນເນຊາເຣັດ ປະຊາຊົນກໍບຸບຽດກັນເຂົ້າມາຫາພຣະອົງ ເພື່ອຟັງພຣະທຳຂອງພຣະເຈົ້າ.
ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດຂ້າມທະເລສາບຄາລີເລ (ມີຊື່ອີກວ່າທະເລຕີເບເຣຍ).
ທາງທິດຕາເວັນຕົກ ເຂດແດນຂອງພວກເຂົາຍາວອອກໄປຮອດແມ່ນໍ້າຈໍແດນ ຕັ້ງແຕ່ທະເລສາບຄາລີເລໃນຕອນເໜືອ ລົງມາຮອດທະເລຕາຍໃນຕອນໃຕ້ ແລະເລີຍມາຮອດຕີນພູປີສະກາທາງທິດຕາເວັນອອກ.
ແລະບັນດາກະສັດທີ່ຢູ່ຕາມເຂດເນີນພູທາງພາກເໜືອ, ຢູ່ທາງຮ່ອມພູຈໍແດນໃຕ້ທະເລສາບຄາລີເລ, ຢູ່ຕາມຕີນພູ ແລະຢູ່ຕາມຝັ່ງທະເລໃກ້ກັບເມືອງໂດເຣ.
ລວມທັງຮ່ອມພູຂອງແມ່ນໍ້າຈໍແດນ ແຕ່ທະເລສາບຄາລີເລໄປທາງທິດໃຕ້ ຈົນເຖິງເບັດເຢຊີໂມດ (ທາງທິດຕາເວັນອອກຂອງທະເລຕາຍ) ແລະຕີນພູປີສະກາ.
ສ່ວນທີ່ຢູ່ໃນຮ່ອມພູຈໍແດນນັ້ນມີດັ່ງນີ້: ເບັດຮາຣາມ, ເບັດນີມຣາ, ຊຸກໂກດ ແລະຊາໂຟນ ແລະອານາຈັກສ່ວນທີ່ເຫຼືອຂອງເຈົ້າສີໂຫນກະສັດແຫ່ງເຮັດຊະໂບນ. ສ່ວນເຂດແດນຂອງພວກເຂົາທາງດ້ານຕາເວັນຕົກນັ້ນ ແມ່ນແມ່ນໍ້າຈໍແດນເລີຍໄປທາງທິດເໜືອຈົນເຖິງທະເລສາບຄາລີເລ.
ສ່ວນເມືອງທີ່ມີກຳແພງນັ້ນມີດັ່ງນີ້: ຊິດດີມ, ເຊເຣ, ຮາມມັດ, ຣັກກັດ, ກິນເນເຣດ,