1 ພຣະເຈົ້າຢາເວໄດ້ສັ່ງໂມເຊ
ແລ້ວພຣະເຈົ້າຢາເວກໍໄດ້ຕັ້ງພັນທະສັນຍາກັບອັບຣາມ ໂດຍກ່າວວ່າ, “ເຮົາສັນຍາວ່າ ຈະມອບດິນແດນທັງໝົດນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າ ຄືດິນແດນຕັ້ງແຕ່ເຂດແດນຂອງເອຢິບ ຈົນໄປເຖິງແມ່ນໍ້າໃຫຍ່ເອີຟຣັດ
ພວກເຂົາເວົ້າວ່າ, “ທ່ານເອີຍ ພວກຂ້ານ້ອຍມີອ້າຍນ້ອງນຳກັນສິບສອງຄົນ ທີ່ເກີດຈາກພໍ່ດຽວກັນທີ່ການາອານ. ນ້ອງຊາຍຜູ້ໜຶ່ງໄດ້ຕາຍໄປແລ້ວ ແລະນ້ອງຊາຍຫລ້າຍັງຢູ່ນຳພໍ່.”
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ຕໍ່ໄປນີ້ແມ່ນອານາເຂດຂອງດິນແດນທີ່ຈະຕ້ອງແບ່ງປັນກັນໃນທ່າມກາງສິບສອງເຜົ່າ ລວມທັງເຜົ່າຂອງໂຢເຊັບ ທີ່ຈະຕ້ອງໄດ້ຮັບສອງສ່ວນ.
ເມື່ອພຣະອົງຢຸດນິ້ງ ໂລກກໍເກີດສະທ້ານຫວັ່ນໄຫວ ພຽງພຣະອົງສົ່ງສາຍຕາ ນາໆຊາດກໍສັ່ນເຊັນຢ້ານ; ພູທັງຫລາຍທີ່ຕັ້ງໝັ້ນຄົງຢູ່ກໍແຕກສະຫລາຍໄປ ເນີນພູຕ່າງໆທີ່ຕັ້ງຢູ່ຕະຫລອດໄປຕ່າງກໍຍຸບລົງທັງນັ້ນ ຄືເນີນພູຕ່າງໆບ່ອນທີ່ພຣະອົງໄດ້ຍ່າງໄປມາ ແຕ່ຄາວສະໄໝດຶກດຳບັນ.
ຖ້າພວກເຈົ້າຫາກບໍ່ຂັບໄລ່ພວກເຂົາອອກໄປ ເຮົາຈະທຳລາຍພວກເຈົ້າ ດັ່ງທີ່ເຮົາໄດ້ວາງແຜນເພື່ອທຳລາຍພວກເຂົາ.”
ສະນັ້ນ ໂມເຊຈຶ່ງປະກາດຕໍ່ຊາວອິດສະຣາເອນວ່າ, “ອັນນີ້ ແມ່ນດິນແດນທີ່ພວກເຈົ້າຈະໄດ້ຮັບໂດຍວິທີໃຊ້ສະຫລາກ ຄືດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ເກົ້າເຜົ່າເຄິ່ງ.
ໃຫ້ແນະນຳປະຊາຊົນອິດສະຣາເອນດັ່ງຕໍ່ໄປນີ້: “ເມື່ອພວກເຈົ້າເຂົ້າໄປການາອານ ດິນແດນທີ່ເຮົາກຳລັງຈະມອບໃຫ້ພວກເຈົ້ານັ້ນ ຊາຍແດນຂອງພວກເຈົ້າຈະມີດັ່ງນີ້: