7 ຈາກເອທາມພວກເຂົາໄດ້ກັບຄືນມາທີ່ປີຮາຮີໂຣດ ທາງທິດຕາເວັນອອກຂອງບາອານເຊໂຟນ ແລະໄດ້ຕັ້ງຄ້າຍພັກຢູ່ໃກ້ມິກໂດນ.
ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ,
“ຈົ່ງບອກຊາວອິດສະຣາເອນໃຫ້ກັບເມືອຕັ້ງຄ້າຍພັກຢູ່ຕໍ່ໜ້າຂອງປີຮາຮີໂຣດ; ລະຫວ່າງມິກໂດນກັບທະເລແດງ ແລະຢູ່ໃກ້ກັບ ບາອານເຊໂຟນ.
ກອງທັບເອຢິບຊຶ່ງມີທະຫານມ້າ ລວມທັງລົດຮົບແລະຄົນຂັບ ໄດ້ໄລ່ຕິດຕາມຊາວອິດສະຣາເອນມາ ແລະທັນພວກເຂົາຢູ່ໃກ້ກັບ ປີຮາຮີໂຣດ; ຄືຕໍ່ໜ້າບາອານເຊໂຟນ ຊື່ບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ແຄມທະເລແດງ.
ພວກເຂົາໄດ້ເດີນທາງຈາກປີ-ຮາຮີໂຣດ ແລະໄດ້ຜ່ານທະເລແດງ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານຊູເຣ; ຫລັງຈາກເດີນທາງໄດ້ສາມວັນແລ້ວ ພວກເຂົາໄດ້ມາຕັ້ງຄ້າຍພັກທີ່ມາຣາ.