Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 33:54 - ພຣະຄຳພີສັກສິ

54 ຈົ່ງ​ແບ່ງປັນ​ດິນແດນ​ໃຫ້​ເຜົ່າ ແລະ​ຕະກຸນ​ຕ່າງໆ​ໂດຍ​ວິທີ​ໃຊ້​ສະຫລາກ​ຄື: ຕະກຸນ​ທີ່​ມີ​ຫລາຍ​ຄົນ​ໃຫ້​ມີ​ດິນແດນ​ຫລາຍ ແລະ​ຕະກຸນ​ທີ່​ມີ​ໜ້ອຍ​ຄົນ​ໃຫ້​ມີ​ດິນແດນ​ໜ້ອຍ ທຸກຄົນ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ກຳມະສິດ ຕາມ​ທີ່​ສະຫລາກ​ໄດ້​ຕົກ​ຖືກ​ຕົນ ການ​ແບ່ງປັນ​ນີ້​ໄດ້​ເຮັດ​ຕາມ​ຕະກຸນ​ປູ່ຍ່າຕາຍາຍ​ຂອງ​ແຕ່ລະເຜົ່າ.

Uka jalj uñjjattʼäta Copia luraña




ຈົດບັນຊີ 33:54
8 Jak'a apnaqawi uñst'ayäwi  

ຈຳນວນ​ເມືອງ​ຂອງ​ຊາວ​ເລວີ​ແຕ່ລະເຜົ່າ​ນີ້​ໃຫ້​ກຳນົດ​ເອົາ​ຕາມ​ຂະໜາດ​ຂອງ​ເຂດແດນ.”


ດິນແດນ​ເຫຼົ່ານີ້​ລວມເອົາ​ເຂດແດນ​ທັງໝົດ​ຂອງ​ຊາວ​ຊີໂດນ ຊຶ່ງ​ຢູ່​ຕາມ​ເຂດ​ເນີນພູ​ລະຫວ່າງ​ພູ​ເລບານອນ​ແລະ​ເມືອງ​ມີສະເຣໂຟດ​ມາອີມ. ເຮົາ​ຈະ​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ທັງໝົດ​ອອກ​ໜີ ເມື່ອ​ປະຊາຊົນ​ອິດສະຣາເອນ​ບຸກໜ້າ​ເຂົ້າ​ໄປ. ເຈົ້າ​ຈະ​ຕ້ອງ​ແບ່ງປັນ​ດິນແດນ​ນີ້​ໃຫ້​ຊາວ​ອິດສະຣາເອນ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ເຮັດ.


ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ເຂດແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ທີ່​ຖືກ​ມອບ​ໃຫ້​ເກົ້າ​ເຜົ່າ​ເຄິ່ງ​ນັ້ນ ໃຫ້​ພວກເຂົາ​ກຳນົດ​ເອົາ​ໂດຍ​ການ​ໃຊ້​ສະຫລາກ.


ດິນແດນ​ທີ່​ໃຊ້​ສະຫລາກ​ໄດ້​ກ່ອນ​ໝູ່​ນັ້ນ ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ. ດິນແດນ​ຂອງ​ພວກເຂົາ​ແມ່ນ​ຕັ້ງ​ຢູ່ ລະຫວ່າງ​ເຜົ່າຢູດາ​ແລະ​ເຜົ່າ​ໂຢເຊັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka