ຈົດບັນຊີ 33:53 - ພຣະຄຳພີສັກສິ53 ຈົ່ງຢຶດຄອງເອົາດິນແດນແລະຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນ ເພາະເຮົາໄດ້ມອບດິນແດນນີ້ໃຫ້ພວກເຈົ້າ. Uka jalj uñjjattʼäta |
ນີ້ແຫຼະຄືຄຳຕັດສິນຂອງຝູງເທວະດາຜູ້ອາລັກຂານັ້ນ. ສະນັ້ນ ຈົ່ງໃຫ້ຄົນທັງປວງທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກຂອງມະນຸດ ແລະໃຫ້ຮູ້ວ່າພຣະອົງສາມາດມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງຕາມທີ່ພຣະອົງເລືອກເອົາກໍໄດ້ ເຖິງແມ່ນວ່າເປັນຜູ້ຕໍ່າຕ້ອຍທີ່ສຸດກໍຕາມ.”’
ທ່ານຈະຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ. ທ່ານຈະກິນຫຍ້າເໝືອນງົວ ແລະນອນຢູ່ໃນກາງແຈ້ງ ບ່ອນທີ່ມີໝອກຕົກລົງໃສ່ທ່ານເປັນເວລາເຈັດປີ. ຈົນກວ່າທ່ານກໍຈະຍອມຮັບວ່າ ພຣະເຈົ້າອົງສູງສຸດຄວບຄຸມອານາຈັກຕ່າງໆຂອງມະນຸດ; ແລະພຣະອົງເອົາອານາຈັກເຫຼົ່ານີ້ໃຫ້ແກ່ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.
ເຈົ້າຈະຖືກຂັບໄລ່ອອກໄປຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ ເຈົ້າຈະກິນຫຍ້າເໝືອນງົວເປັນເວລາເຈັດປີ. ຈົນກວ່າເຈົ້າຈະຍອມຮັບວ່າພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກທັງຫລາຍຂອງມະນຸດ ແລະຮູ້ວ່າພຣະອົງມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.”
ໃນເວລາດຽວກັນນັ້ນ ຂ້າພະເຈົ້າໄດ້ໃຫ້ຄຳແນະນຳພວກເຂົາດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບເຂດແດນ ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນີ້ໃຫ້ພວກເຈົ້າຢຶດຄອງ. ບັດນີ້ ຈົ່ງປະກອບອາວຸດໃຫ້ພວກນັກຮົບຂອງພວກເຈົ້າ ແລະໃຊ້ພວກເຂົາໃຫ້ຂ້າມແມ່ນໍ້າຈໍແດນ ອອກໜ້າເຜົ່າອື່ນໆຂອງຊາດອິດສະຣາເອນ ເພື່ອໄປຊ່ວຍຢຶດຄອງດິນແດນໃຫ້ພວກເຂົາ.