Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 33:4 - ພຣະຄຳພີສັກສິ

4 ໃນຂະນະທີ່​ກຳລັງ​ຝັງສົບ​ລູກຊາຍ​ຫົວປີ​ຂອງ​ພວກເຂົາ​ທີ່​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເຖິງ​ຕາຍ ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເຫັນ​ເຖິງ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ມີ​ເໜືອ​ພະ​ທັງຫລາຍ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 33:4
8 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທັງຫລາຍ ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ຖິ້ມ.


ໃນ​ຄືນ​ນັ້ນ ເຮົາ​ຈະ​ຜ່ານ​ດິນແດນ​ປະເທດ​ເອຢິບ​ໄປ ເພື່ອ​ຂ້າ​ລູກຊາຍກົກ​ຂອງ​ມະນຸດ ແລະ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ ແລະ​ເພື່ອ​ລົງໂທດ​ບັນດາ​ພະ​ທັງໝົດ​ຂອງ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ບັດນີ້ ຂ້ອຍ​ຮູ້​ແລ້ວ​ວ່າ ພຣະເຈົ້າຢາເວ​ຍິ່ງໃຫຍ່​ກວ່າ​ພະ​ທັງຫລາຍ ເພາະ​ພຣະອົງ​ໄດ້​ສຳແດງ​ຄວາມ​ຍິ່ງໃຫຍ່​ນີ້ ເມື່ອ​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ ດ້ວຍ​ການ​ທາລຸນ​ເຊັ່ນນັ້ນ.”


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ເອຢິບ. ພຣະເຈົ້າຢາເວ​ກຳລັງ​ມາ​ສູ່​ເອຢິບ​ເທິງ​ເມກ​ຢ່າງ​ວ່ອງໄວ. ຮູບເຄົາຣົບ​ທັງຫລາຍ​ຂອງ​ຊາວ​ເອຢິບ​ສັ່ນເຊັນ​ຕໍ່ໜ້າ​ພຣະອົງ ແລະ​ປະຊາຊົນ​ຊາວ​ເອຢິບ​ກໍ​ສູນເສຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ອັນ​ນີ້​ກໍ​ເປັນ​ຜົນ​ສືບເນື່ອງ​ມາ​ຈາກ ໃນ​ມື້​ທີ່​ເຮົາ​ໄດ້​ຂ້າ​ລູກກົກ​ທັງໝົດ​ຂອງ​ຊາວ​ເອຢິບ​ນັ້ນ ເຮົາ​ໄດ້​ໄວ້​ຊີວິດ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕເຖິກ​ຫົວປີ​ທຸກໆ​ໂຕ. ລູກຫົວປີ​ເຫຼົ່ານັ້ນ​ເປັນ​ຂອງເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka