Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 33:3 - ພຣະຄຳພີສັກສິ

3 ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ເມື່ອ​ວັນ​ທີ​ສິບຫ້າ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ນັ້ນ ໃນ​ມື້​ຕໍ່ມາ ຫລັງຈາກ​ປັດສະຄາ​ຄັ້ງ​ທຳອິດ. ພວກເຂົາ​ໄດ້​ອອກ​ມາ​ຈາກ​ເມືອງ​ຣາມາເຊັດ​ຕໍ່ໜ້າ​ຊາວ​ເອຢິບ​ທັງໝົດ

Uka jalj uñjjattʼäta Copia luraña




ຈົດບັນຊີ 33:3
10 Jak'a apnaqawi uñst'ayäwi  

ໂຢເຊັບ​ໄດ້​ຈັດ​ທີ່ດິນ​ໃຫ້​ພໍ່​ກັບ​ພວກ​ອ້າຍ​ຂອງຕົນ​ຢູ່​ໃນ​ປະເທດ​ເອຢິບ ໂດຍ​ເລືອກ​ເອົາ​ດິນ​ຕອນ​ດີທີ່ສຸດ​ຢູ່​ໃກ້​ກັບ​ເມືອງ​ຣາມາເຊັດ ໃຫ້​ເປັນ​ສົມບັດ​ຂອງ​ພວກເຂົາ​ຕາມ​ທີ່​ກະສັດ​ໄດ້​ສັ່ງ.


ຊາວ​ເອຢິບ​ຕ່າງ​ກໍ​ເກີດ​ຄວາມຢ້ານ​ຢ່າງ​ໃຫຍ່ຫລວງ ຕ່າງ​ກໍ​ດີໃຈ​ເມື່ອ​ເຫັນ​ພວກເຂົາ​ໜີໄປ​ແລ້ວ.


ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ແຕ່ງຕັ້ງ​ຄົນ​ຄຸມ​ດູແລ​ຊາວ​ອິດສະຣາເອນ ໃຫ້​ເຮັດ​ວຽກ​ໜັກ​ຈົນ​ໝົດ​ເຮື່ອແຮງ ແລະ​ໝົດ​ກຳລັງໃຈ ພວກເຂົາ​ໄດ້​ສ້າງ​ເມືອງ​ປີທົມ​ແລະ​ເມືອງ​ຣາມາເຊັດ ເພື່ອ​ເປັນ​ສາງ​ໄວ້​ເຂົ້າ​ຂອງ​ກະສັດ​ຟາໂຣ.


“ຈົ່ງ​ຕັ້ງ​ເດືອນ​ນີ້​ໃຫ້​ເປັນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ສຳລັບ​ພວກເຈົ້າ.


ຊາວ​ອິດສະຣາເອນ​ພາກັນ​ອອກ​ໄປ​ຈາກ​ເມືອງ​ຣາມາເຊັດ ມຸ້ງໜ້າ​ສູ່​ເມືອງ​ຊຸກໂກດ. ຜູ້​ເດີນທາງ​ມີ​ປະມານ​ຫົກແສນ​ຄົນ​ໂດຍ​ບໍ່​ນັບ​ຜູ້ຍິງ​ແລະ​ເດັກນ້ອຍ.


ພວກເຈົ້າ​ກຳລັງ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ໃນ​ເດືອນ​ທີ​ໜຶ່ງ​ວັນ​ນີ້ ຄື​ເດືອນ​ອາບີບ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ ຊຶ່ງ​ພວມ​ເດີນທາງ​ໄປ​ຢ່າງ​ມີໄຊ.


ເທື່ອ​ນີ້​ບໍ່​ຈຳເປັນ​ຕ້ອງ​ຟ້າວຟັ່ງ​ອອກ​ໄປ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ປົບໜີໄປ​ດອກ ພຣະເຈົ້າຢາເວ​ຈະ​ນຳໜ້າ​ອອກ​ໄປ ພຣະອົງ​ຈະ​ປົກປັກ​ຮັກສາ​ພວກເຈົ້າ​ຮອບດ້ານ.


ພຣະເຈົ້າ​ຈະ​ໄຂ​ຫົນທາງ​ໃຫ້​ພວກເຂົາ ແລະ​ນຳ​ພວກເຂົາ​ອອກ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ຈະ​ທະລຸ​ອອກ​ໄປ​ທາງ​ປະຕູເຂົ້າ​ເມືອງ ແລະ​ຈະ​ປົບໜີໄປ​ຢ່າງ​ອິດສະຫລະ. ພຣະເຈົ້າຢາເວ​ເອງ ຜູ້​ເປັນ​ກະສັດ​ຂອງ​ພວກເຂົາ​ຈະ​ນຳພາ​ພວກເຂົາ​ອອກ​ໄປ.


ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ໂມເຊ​ໄດ້​ຈົດ​ຊື່​ແຕ່ລະ​ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka