Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 33:2 - ພຣະຄຳພີສັກສິ

2 ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ໂມເຊ​ໄດ້​ຈົດ​ຊື່​ແຕ່ລະ​ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 33:2
8 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ບັນທຶກ​ເລື່ອງ​ໄຊຊະນະ​ນີ້​ໄວ້ ເພື່ອ​ຈະ​ໄດ້​ຈົດຈຳ​ຕະຫລອດໄປ. ຈົ່ງ​ບອກ​ໂຢຊວຍ​ວ່າ ເຮົາ​ຈະ​ທຳລາຍ​ຊາວ​ອາມາເຫຼັກ​ໃຫ້​ກ້ຽງ.”


ແມ່ນ​ຄັ້ງ​ທຳອິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ມ້າງ​ຄ້າຍ​ຍົກ​ອອກ​ໄປ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໂດຍ​ຜ່ານ​ທາງ​ໂມເຊ,


ເມື່ອ​ສຽງ​ແກ​ດັງ​ສັ້ນໆ​ເທື່ອ​ທີ​ສອງ ໃຫ້​ເຜົ່າ​ທັງຫລາຍ​ທີ່​ຕັ້ງ​ຢູ່​ທາງໃຕ້​ຍົກ​ອອກ​ໄປ. ສະນັ້ນ ສຽງ​ແກ​ສັ້ນໆ​ຈຶ່ງ​ເປັນ​ສັນຍານ​ໃຫ້​ຍົກຍ້າຍ​ຄ້າຍພັກ,


ເລື່ອງລາວ​ຕໍ່ໄປນີ້​ແມ່ນ​ຊື່​ບ່ອນ​ຕ່າງໆ ຊຶ່ງ​ຊາວ​ອິດສະຣາເອນ​ໄດ້​ຕັ້ງ​ຄ້າຍພັກ​ອາໄສ​ຢູ່​ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ຕາມ​ເຜົ່າ​ຂອງ​ໃຜ​ລາວ ພາຍໃຕ້​ການ​ນຳພາ​ຂອງ​ໂມເຊ​ແລະ​ອາໂຣນ.


ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ເມື່ອ​ວັນ​ທີ​ສິບຫ້າ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ນັ້ນ ໃນ​ມື້​ຕໍ່ມາ ຫລັງຈາກ​ປັດສະຄາ​ຄັ້ງ​ທຳອິດ. ພວກເຂົາ​ໄດ້​ອອກ​ມາ​ຈາກ​ເມືອງ​ຣາມາເຊັດ​ຕໍ່ໜ້າ​ຊາວ​ເອຢິບ​ທັງໝົດ


ການ​ເດີນທາງ​ຈາກ​ພູເຂົາ​ຊີນາຍ​ເຖິງ​ເມືອງ​ກາເດັດ​ບາກເນອາ ຜ່ານ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ​ໄປ​ນັ້ນ ຕ້ອງ​ໃຊ້​ເວລາ​ເຖິງ​ສິບເອັດ​ວັນ.)


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ຂ້າພະເຈົ້າ​ນຳພາ​ພວກເຈົ້າ​ໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ເປັນ​ກຳມະສິດ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka