Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 33:1 - ພຣະຄຳພີສັກສິ

1 ເລື່ອງລາວ​ຕໍ່ໄປນີ້​ແມ່ນ​ຊື່​ບ່ອນ​ຕ່າງໆ ຊຶ່ງ​ຊາວ​ອິດສະຣາເອນ​ໄດ້​ຕັ້ງ​ຄ້າຍພັກ​ອາໄສ​ຢູ່​ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ຕາມ​ເຜົ່າ​ຂອງ​ໃຜ​ລາວ ພາຍໃຕ້​ການ​ນຳພາ​ຂອງ​ໂມເຊ​ແລະ​ອາໂຣນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 33:1
11 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍໄດ້​ສົ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ ແລະ​ສົ່ງ​ອາໂຣນ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້.


ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ນຳ​ປະຊາຊົນ​ຂອງຕົນ ໂດຍ​ມີ​ໂມເຊ​ແລະ​ອາໂຣນ​ເປັນ​ຜູ້​ຮັບຜິດຊອບ.


ຊາວ​ອິດສະຣາເອນ​ພາກັນ​ອອກ​ໄປ​ຈາກ​ເມືອງ​ຣາມາເຊັດ ມຸ້ງໜ້າ​ສູ່​ເມືອງ​ຊຸກໂກດ. ຜູ້​ເດີນທາງ​ມີ​ປະມານ​ຫົກແສນ​ຄົນ​ໂດຍ​ບໍ່​ນັບ​ຜູ້ຍິງ​ແລະ​ເດັກນ້ອຍ.


ພໍດີ​ສິ້ນ​ປີ​ທີ​ສີ່ຮ້ອຍ​ສາມສິບ ປະຊາຊົນ​ໝົດ​ທຸກ​ເຜົ່າ​ຂອງ​ພຣະເຈົ້າຢາເວ ກໍໄດ້​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ໃນ​ວັນ​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ນຳ​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ອອກ​ໄປ​ຈາກ​ດິນແດນ​ປະເທດ​ເອຢິບ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ນຳ​ພວກເຂົາ​ອ້ອມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມຸ້ງໜ້າ​ໄປ​ສູ່​ທະເລແດງ. ຊາວ​ອິດສະຣາເອນ​ຕ່າງ​ກໍ​ມີ​ອາວຸດ​ຄົບມື​ເພື່ອ​ຕຽມ​ສູ້ຮົບ.


ແມ່ນ​ອາໂຣນ ແລະ​ໂມເຊ​ນີ້​ເອງ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ວ່າ, “ຈົ່ງ​ນຳພາ​ຄົນ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ.”


ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ໄດ້​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້ ເຮົາ​ໄດ້​ໃຊ້​ໂມເຊ, ອາໂຣນ ແລະ​ມີຣີອາມ ໃຫ້​ນຳພາ​ພວກເຈົ້າ.


ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ໂມເຊ​ໄດ້​ຈົດ​ຊື່​ແຕ່ລະ​ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ນັ້ນ.


ຕໍ່ມາ ເຮົາ​ໄດ້​ໃຊ້​ໂມເຊ​ແລະ​ອາໂຣນ​ໄປ ແລະ​ເຮົາ​ໄດ້​ນຳ​ເອົາ​ໄພພິບັດ​ອັນ​ໃຫຍ່ຫລວງ​ໄປ​ສູ່​ປະເທດ​ເອຢິບ. ແຕ່​ເຮົາ​ໄດ້​ນຳ​ເອົາ​ພວກເຈົ້າ​ອອກ​ມາ;


ເມື່ອ​ຢາໂຄບ​ແລະ​ຄອບຄົວ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ປະເທດ​ເອຢິບ ຊາວ​ເອຢິບ​ໄດ້​ຂົ່ມເຫັງ​ພວກເພິ່ນ. ຝ່າຍ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ກໍໄດ້​ຮ້ອງ​ຂໍ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ໂມເຊ​ແລະ​ອາໂຣນ​ໃຫ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຈົນ​ພວກເຂົາ​ໄດ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka