7 ດ້ວຍເຫດໃດ ພວກເຈົ້າຈຶ່ງເຮັດໃຫ້ປະຊາຊົນອິດສະຣາເອນທໍ້ຖອຍກຳລັງໃຈ ທີ່ຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດເອົາດິນແດນທີ່ພຣະເຈົ້າຢາເວມອບໃຫ້ພວກເຂົາ?
ພວກເຂົາໄດ້ບອກໂມເຊວ່າ, “ພວກເຮົາໄດ້ສຳຫລວດເບິ່ງດິນແດນແລ້ວ ແລະເຫັນວ່າເປັນດິນແດນທີ່ອຸດົມແລະຮັ່ງມີ; ນີ້ເດ ໝາກໄມ້ບາງຊະນິດຈາກທີ່ນັ້ນ.
ແຕ່ພວກທີ່ໄດ້ໄປນຳກາເລັບນັ້ນຕ່າງກໍຕອບວ່າ, “ບໍ່ແມ່ນ ພວກເຮົາບໍ່ເຂັ້ມແຂງພໍເພື່ອຈະໂຈມຕີພວກເຂົາໄດ້; ຄົນຢູ່ໃນທີ່ນັ້ນມີກຳລັງເຂັ້ມແຂງຫລາຍກວ່າພວກເຮົາ.”
ຊາວອິດສະຣາເອນໄດ້ອອກຈາກພູເຂົາໂຮເຣ ມຸ້ງໜ້າຕໍ່ໄປຕາມທາງສູ່ອ່າວອາກາບາ ເພື່ອເດີນທາງອ້ອມໄປທາງເຂດແດນຂອງເອໂດມ. ແຕ່ໃນເວລາເດີນທາງໄປນັ້ນ ປະຊາຊົນພາກັນໝົດຄວາມອົດທົນ
ໂມເຊຖາມຄືນວ່າ, “ພວກເຈົ້າຢາກຢູ່ທີ່ນີ້ ໃນເມື່ອພວກພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າອອກໄປເຮັດເສິກຊັ້ນບໍ?
ເມື່ອໄປຮອດຮ່ອມພູເອັດຊະໂຄນແລະເຫັນດິນແດນແລ້ວ ພວກເຂົາກັບມາເລົ່າເລື່ອງໃຫ້ປະຊາຊົນທໍ້ຖອຍກຳລັງໃຈ ທີ່ຈະເຂົ້າໄປຢຶດເອົາດິນແດນ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົານັ້ນ.
ແຕ່ໂປໂລຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຮ້ອງໄຫ້ ແລະເຮັດໃຫ້ເຮົາເສຍກຳລັງໃຈເຊັ່ນນີ້? ເຮົາຕຽມພ້ອມບໍ່ແມ່ນແຕ່ໃຫ້ພວກເຂົາມັດເຮົາໃນນະຄອນເຢຣູຊາເລັມເທົ່ານັ້ນ ແຕ່ພ້ອມທີ່ຈະຕາຍຢູ່ໃນທີ່ນັ້ນອີກດ້ວຍ ເພື່ອເຫັນແກ່ພຣະນາມຂອງອົງພຣະເຢຊູເຈົ້າ.”
ພວກເຮົາຈະເຂົ້າໄປໃນດິນແດນນັ້ນເຮັດຫຍັງ? ພວກເຮົາຢ້ານ ເພາະນັກສືບສອດແນມທີ່ພວກເຮົາໄດ້ສົ່ງໄປນັ້ນ ມາລາຍງານວ່າຄົນໃນດິນແດນນັ້ນໂຕໃຫຍ່ສູງ ແລະແຂງແຮງລື່ນພວກເຮົາ. ພວກເຂົາອາໄສຢູ່ໃນເມືອງຕ່າງໆທີ່ມີກຳແພງສູງຈຸຟ້າ. ພວກເຂົາໄດ້ເຫັນພວກອານາກີມຢູ່ທີ່ນັ້ນ.’