Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 32:5 - ພຣະຄຳພີສັກສິ

5 ກະລຸນາ​ມອບ​ດິນແດນ​ເຫຼົ່ານີ້​ໃຫ້​ເປັນ​ສົມບັດ​ຂອງ​ພວກເຮົາ​ເຖີດ ແລະ​ຢ່າ​ໃຫ້​ພວກເຮົາ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ທາງ​ຟາກ​ພຸ້ນ​ເລີຍ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 32:5
11 Jak'a apnaqawi uñst'ayäwi  

ການ​ທີ່​ທ່ານ​ຊ່ວຍ​ຊີວິດ​ພວກ​ຂ້ານ້ອຍ​ໄວ້ ກໍ​ເປັນ​ຄວາມ​ເມດຕາ​ອັນ​ໃຫຍ່ຫລວງ​ຢູ່​ແລ້ວ. ແຕ່​ເນີນພູ​ນັ້ນ​ຢູ່​ໄກ​ຫລາຍ. ໄພພິບັດ​ອາດ​ຕາມ​ມາ​ທັນ​ຂ້ານ້ອຍ​ກໍໄດ້ ແລະ​ຂ້ານ້ອຍ​ຈະ​ຕາຍ​ກ່ອນ​ຈະ​ໄປ​ເຖິງ​ທີ່​ນັ້ນ.


ໂຢອາບ​ຂາບລົງ​ຕໍ່ໜ້າ​ກະສັດ​ດາວິດ​ດ້ວຍ​ຄວາມນັບຖື ທັງກ່າວ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ໃຫ້​ພຣະເຈົ້າ​ອວຍພອນ​ທ່ານ​ເຖີດ. ບັດນີ້ ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ພໍໃຈ​ໃນ​ຕົວ​ຂ້ານ້ອຍ ເພາະ​ທ່ານ​ໄດ້​ຕອບ​ຄຳ​ຮ້ອງ​ຂໍ​ຂອງ​ຂ້ານ້ອຍ.”


ເມື່ອ​ກະສັດ​ຫລຽວເຫັນ​ຣາຊີນີ​ເອສະເທີ​ຢືນ​ຢູ່​ຂ້າງ​ນອກ ເພິ່ນ​ກໍ​ມີ​ຄວາມ​ເມດຕາ ແລະ​ເດ່​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຣາຊີນີ. ແລ້ວ​ຣາຊີນີ​ກໍ​ຂຶ້ນ​ມາ​ຈັບ​ສົ້ນ​ໄມ້ຄ້ອນເທົ້າ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ໄດ້​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ໄດ້​ປົບໜີ​ຈາກ​ຄວາມຕາຍ. ເມື່ອ​ຊາວ​ອິດສະຣາເອນ​ຢາກ​ຈະ​ພັກຜ່ອນ


ໂມເຊ​ຖາມ​ຄືນ​ວ່າ, “ພວກເຈົ້າ​ຢາກ​ຢູ່​ທີ່​ນີ້ ໃນ​ເມື່ອ​ພວກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ອອກ​ໄປ​ເຮັດ​ເສິກ​ຊັ້ນບໍ?


ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ເໝືອນກັນ ແລະ​ກ່າວ​ວ່າ ‘ໂມເຊເອີຍ ເຈົ້າ​ເໝືອນກັນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ


ແລ້ວ​ໂຢຊວຍ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ໄດ້​ນຳ​ພວກ​ຂ້ານ້ອຍ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ທີ່​ນີ້? ກໍ​ເພື່ອ​ມອບ​ພວກ​ຂ້ານ້ອຍ​ໃຫ້​ແກ່​ຊາວ​ອາໂມ ຊັ້ນບໍ? ເປັນຫຍັງ​ຈຶ່ງ​ບໍ່​ໃຫ້​ພວກ​ຂ້ານ້ອຍ ຢູ່​ຟາກ​ແມ່ນໍ້າ​ຈໍແດນ​ເບື້ອງ​ນັ້ນ​ພຸ້ນ?


ນາງຣຸດ​ກົ້ມ​ລົງ​ກັບ​ພື້ນດິນ​ແລະ​ຂາບ​ໂບອາດ ແລ້ວ​ນາງ​ກໍ​ເວົ້າ​ຕໍ່​ໂບອາດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນຫ່ວງ​ຂ້ານ້ອຍ​ຫລາຍ​ຢ່າງນີ້? ແລະ​ເປັນຫຍັງ​ທ່ານ​ຈຶ່ງ​ເມດຕາ​ຄົນຕ່າງດ້າວ​ດັ່ງ​ຂ້ານ້ອຍ​ນີ້​ນໍ?”


ແຕ່​ດາວິດ​ຕອບ​ວ່າ, “ພໍ່​ຂອງເຈົ້າ​ຮູ້ດີ​ວ່າ​ເຈົ້າ​ນິຍົມ​ຊົມຊອບ​ຂ້ອຍ​ຫລາຍ​ເທົ່າ​ໃດ ເພິ່ນ​ຄົງ​ບໍ່​ກ້າ​ບອກ​ແຜນການ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້​ນຳ​ດອກ ເພາະ​ເຈົ້າ​ອາດ​ໂສກເສົ້າ​ເສຍໃຈ. ຂ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ແລະ​ຕໍ່​ເຈົ້າ​ວ່າ ຂ້ອຍ​ເອງ​ຢູ່​ຫ່າງ​ຈາກ​ຄວາມຕາຍ​ແຕ່​ພຽງ​ກ້າວ​ດຽວ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka