41 ຢາອີ ຊາວມານາເຊໄດ້ບຸກໂຈມຕີແລະຢຶດເອົາໝູ່ບ້ານບາງແຫ່ງ ແລະໃສ່ຊື່ໝູ່ບ້ານນັ້ນວ່າ, ໝູ່ບ້ານຢາອີ.
ເບັນເກເບ ຮັບຜິດຊອບເມືອງຣາໂມດກີເລອາດ ໝູ່ບ້ານຕ່າງໆໃນກີເລອາດທີ່ເປັນຂອງຕະກຸນຢາອີ ເຊື້ອສາຍຄົນໜຶ່ງຂອງມານາເຊ ແລະອານາເຂດອັກໂກບຢູ່ໃນບາຊານຫົກສິບເມືອງໃຫຍ່ ຊຶ່ງລ້ວນແຕ່ມີປ້ອມປ້ອງກັນອັນແໜ້ນໜາ ທັງມີກອນປະຕູເມືອງທີ່ເຮັດດ້ວຍທອງສຳຣິດ.
ຢາອີຜູ້ທີ່ເປັນຄົນໃນເຜົ່າມານາເຊ ໄດ້ຢຶດຄອງຂົງເຂດອັກໂກບທັງໝົດ ຄືບາຊານ ໄກອອກໄປຈົນຮອດຊາຍແດນຂອງເກຊູແລະມາອາກາ. ລາວໃສ່ຊື່ໝູ່ບ້ານເຫຼົ່ານັ້ນຕາມຊື່ຂອງຕົນ ຊຶ່ງຍັງເປັນທີ່ຮູ້ຈັກກັນວ່າໝູ່ບ້ານຂອງຢາອີ.)
ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງມະຫານາອິມ ຮ່ວມກັບພູພຽງບາຊານທັງໝົດມີດັ່ງນີ້: ອານາຈັກທັງໝົດຂອງເຈົ້າໂອກກະສັດແຫ່ງບາຊານ ລວມທັງຫົກສິບໝູ່ບ້ານຂອງຢາອີໃນບາຊານ
ລາວມີລູກຊາຍສາມສິບຄົນ ທີ່ຂີ່ລໍສາມສິບໂຕ. ພວກເຂົາປົກຄອງສາມສິບເມືອງຢູ່ໃນດິນແດນກີເລອາດ ຊຶ່ງຍັງມີຄົນເອີ້ນວ່າໝູ່ບ້ານຂອງຢາອີຈົນເຖິງທຸກວັນນີ້.