Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 32:38 - ພຣະຄຳພີສັກສິ

38 ເນໂບ, ບາອານ​ເມໂອນ (ຊື່​ນີ້​ຕໍ່ມາ​ໄດ້​ປ່ຽນ​ໃໝ່) ແລະ​ສິບມາ. ພວກເຂົາ​ໄດ້​ປ່ຽນ​ຊື່​ໃຫ້​ເມືອງ​ທີ່​ໄດ້​ສ້າງ​ຂຶ້ນ​ໃໝ່​ເຫຼົ່ານັ້ນ​ທັງໝົດ.

Uka jalj uñjjattʼäta Copia luraña




ຈົດບັນຊີ 32:38
15 Jak'a apnaqawi uñst'ayäwi  

ເພິ່ນ​ຂຸດ​ນໍ້າສ້າງ​ເກົ່າ​ທີ່​ອັບຣາຮາມ ພໍ່​ຂອງຕົນ​ໄດ້​ຂຸດ​ໄວ້​ໃນ​ສະໄໝ​ກ່ອນ ແລະ​ພວກ​ຟີລິດສະຕິນ​ໄດ້​ຖົມ​ນໍ້າສ້າງ​ເຫຼົ່ານັ້ນ ຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ. ອີຊາກ​ເອີ້ນ​ຊື່​ນໍ້າສ້າງ​ທີ່​ຂຸດ​ໃໝ່​ນີ້ ເໝືອນ​ຊື່​ເດີມ​ທີ່​ພໍ່​ຂອງຕົນ​ໄດ້​ເອີ້ນ​ມາ​ແລ້ວ.


ຕະກຸນ​ເນໂບ: ເຢອີເອນ, ມັດຕີທີຢາ, ຊາບັດ, ເຊບີນາ, ຢັດດາຍ, ໂຢເອນ ແລະ​ເບນາອີຢາ.


ພວກ​ທີ່​ຊອກ​ພະອື່ນ​ໃຫ້​ເຫັນອົກເຫັນໃຈ ກໍ​ເຮັດ​ໃຫ້​ຕົນເອງ​ທຸກໃຈ​ເທົ່ານັ້ນ. ຂ້ານ້ອຍ​ຈະ​ບໍ່​ຮ່ວມ​ບູຊາ​ເລືອດ​ນຳ​ພວກເຂົາ ຈະ​ບໍ່​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ເຂົາເຈົ້າ.


ຈົ່ງ​ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ. ຢ່າ​ພາວັນນາ​ອະທິຖານ​ຫາ​ບັນດາ​ພະອື່ນ ແລະ​ຢ່າ​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ຂອງ​ພະ​ເຫຼົ່ານັ້ນ.


ທົ່ງໄຮ່​ທົ່ງນາ​ຂອງ​ເມືອງ​ເຮັດຊະໂບນ ແລະ​ສວນ​ໝາກອະງຸ່ນ​ຂອງ​ເມືອງ​ສິບມາ​ກໍ​ຈະ​ຖືກ​ທຳລາຍ ຄື​ສວນ​ໝາກອະງຸ່ນ​ຂອງ​ຄົນ​ທີ່​ໃຊ້​ເຫຼົ້າ​ອະງຸ່ນ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ​ມືນເມົາ. ໃນ​ສະໄໝ​ໜຶ່ງ​ຕົ້ນອະງຸ່ນ​ໄດ້​ແຜ່ຜາຍ​ອອກ​ໄປຮອດ​ເມືອງ​ຢາເຊ ແລະ​ຈົນເຖິງ​ທິດ​ຕາເວັນຕົກ​ຟາກ​ທະເລຕາຍ​ເບຶ້ອງນັ້ນ.


“ນີ້​ຄື​ຈຸດຈົບ​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ ພະ​ເບັນ​ແລະ​ເນໂບ ທີ່​ຄັ້ງ​ໜຶ່ງ ຊາວ​ນະຄອນ​ໄດ້​ຂາບໄຫວ້ ແຕ່​ບັດນີ້ ພະ​ເຫຼົ່ານັ້ນ​ຖືກ​ບັນທຸກ​ໃສ່​ຫລັງ​ລໍ ເປັນ​ພາລະໜັກ​ໃຫ້​ສັດ​ທີ່​ກຳລັງ​ອິດເມື່ອຍ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ເຖິງ​ດິນແດນ​ໂມອາບ​ວ່າ, “ຊາວ​ເມືອງ​ເນໂບ​ຊ່າງ​ໜ້າສົງສານ​ແທ້ເດ ເມືອງ​ຂອງ​ພວກເຂົາ​ຖືກ​ທຳລາຍ​ຈິບຫາຍ​ສາ​ແລ້ວ ເມືອງ​ກີຣິອາດທາອິມ​ກໍ​ຖືກ​ຢຶດ​ໄດ້​ແລ້ວ​ຄືກັນ ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ແໜ້ນໜາ​ກໍ​ຖືກ​ທັບມ້າງ. ຊາວ​ເມືອງ​ທຸກຄົນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ ແລະ​ພວກເຂົາ​ກໍ​ຖືກ​ອັບອາຍ​ຂາຍໜ້າ;


ການຕັດສິນ​ໄດ້​ມາຮອດ​ເມືອງ​ຕ່າງໆ​ຕາມ​ພູພຽງ​ແລ້ວ ດັ່ງນີ້: ໂຮໂລນ, ຢາຊາ, ເມຟາອາດ,


ກີຣິອາດທາອິມ, ເບັດຄາມູນ, ເບັດເມໂອນ,


ເຮົາ​ຈະ​ປະ​ໃຫ້​ເມືອງ​ທັງຫລາຍ​ທີ່​ປ້ອງກັນ​ຊາຍແດນ​ຂອງ​ໂມອາບ ຖືກ​ໂຈມຕີ​ລວມທັງ​ເມືອງ​ທີ່​ສວຍງາມ​ດ້ວຍ ເຊັ່ນ: ເບັດ​ເຢຊີໂມດ, ບາອານ​ເມໂອນ ແລະ​ກີຣິອາດທາອິມ.


ເຊົ້າ​ວັນໃໝ່​ມາ ເຈົ້າ​ບາຫລາກ​ໄດ້​ພາ​ບາລາອາມ​ຂຶ້ນ​ໄປ​ທີ່​ເມືອງ​ບາໂມດ-ບາອານ ຈາກ​ບ່ອນ​ນັ້ນ​ບາລາອາມ​ສາມາດ​ຫລຽວ​ເຫັນ​ປະຊາຊົນ​ອິດສະຣາເອນ​ສ່ວນ​ໜຶ່ງ​ໄດ້.


“ດິນແດນ​ສ່ວນ​ທີ່​ພຣະເຈົ້າຢາເວ​ໄດ້​ຢຶດເອົາ​ສຳລັບ​ປະຊາຊົນ​ອິດສະຣາເອນ​ເຊັ່ນ: ເມືອງ​ອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ​ເບໂອນ ເປັນ​ດິນ​ດີ​ຊຶ່ງ​ເໝາະ​ສຳລັບ​ລ້ຽງ​ສັດ ແລະ​ພວກ​ຄົນ​ຮັບໃຊ້​ຂອງທ່ານ​ກໍ​ມີ​ຝູງສັດ​ຫລາຍ.


ເຜົ່າ​ຣູເບັນ​ໄດ້​ສ້າງ​ເມືອງ​ຂຶ້ນ​ໃໝ່​ໃນ​ເມືອງ​ຕ່າງໆ ດັ່ງນີ້: ເຮັດຊະໂບນ, ເອເລອາເລ, ກີຣິອາດທາອິມ,


ເຈົ້າ​ຈະ​ຕາຍ​ຢູ່​ເທິງ​ພູ​ໜ່ວຍ​ນັ້ນ​ເໝືອນ​ດັ່ງ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ທີ່​ໄດ້​ຕາຍ​ຢູ່​ເທິງ​ພູ​ໂຮເຣ


ເພື່ອ​ພວກເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ກັບ​ປະຊາຊົນ​ຕ່າງໆ​ທີ່​ເຫຼືອ​ຢູ່​ກັບ​ພວກເຈົ້າ ຫລື​ຮ້ອງ​ຫາ​ພະ​ຂອງ​ພວກເຂົາ ຫລື​ສາບານ​ໃນ​ນາມ​ຂອງ​ບັນດາ​ພະ​ນັ້ນ ຫລື​ຂາບໄຫວ້​ມັນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka