ຈົດບັນຊີ 32:33 - ພຣະຄຳພີສັກສິ33 ດັ່ງນັ້ນ ໂມເຊຈຶ່ງໄດ້ມອບດິນແດນນັ້ນໃຫ້ແກ່ເຜົ່າກາດ, ເຜົ່າຣູເບັນ ແລະມານາເຊລູກຊາຍຂອງໂຢເຊັບເຄິ່ງເຜົ່າຄື: ເຂດແດນທັງໝົດຂອງເຈົ້າສີໂຫນກະສັດຂອງຊາວອາໂມ ແລະຂອງເຈົ້າໂອກກະສັດແຫ່ງນະຄອນບາຊານ ພ້ອມເມືອງຕ່າງໆທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. Uka jalj uñjjattʼäta |
ກະສັດດາວິດໄດ້ເລືອກເອົາບັນດາຫົວໜ້າຄອບຄົວທີ່ເກັ່ງກ້າຈາກພີ່ນ້ອງຂອງເຢຣິຢາ ສອງພັນເຈັດຮ້ອຍຄົນ ເພື່ອໃຫ້ເຮັດໜ້າທີ່ບໍລິຫານທາງດ້ານກິດຈະການຂອງພຣະເຈົ້າ ແລະດ້ານພົນລະເຮືອນທ່າມກາງຊາວອິດສະຣາເອນທີ່ທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນ ເຊັ່ນ: ໃນເຂດແດນຕ່າງໆຂອງຣູເບັນ, ກາດ ແລະມານາເຊເຄິ່ງເຜົ່າຕາເວັນອອກ.
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າມີຄວາມສະຫງົບສຸກແລ້ວ ຕາມທີ່ພຣະອົງໄດ້ສັນຍາໄວ້. ສະນັ້ນ ຂໍໃຫ້ພວກເຈົ້າຄືນສູ່ດິນແດນ ຊຶ່ງພວກເຈົ້າໄດ້ຮຽກຮ້ອງເອົາເປັນກຳມະສິດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນັ້ນສາ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໝາຍໃຫ້ພວກເຈົ້ານັ້ນ.