Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 32:32 - ພຣະຄຳພີສັກສິ

32 ພວກເຮົາ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ສູ້ຮົບ​ໃນ​ດິນແດນ​ການາອານ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ດິນແດນ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ມາ​ເປັນ​ສ່ວນ​ຂອງ​ພວກເຮົາ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 32:32
10 Jak'a apnaqawi uñst'ayäwi  

ລະບຽບການ​ນີ້​ແມ່ນ​ກ່ຽວກັບ​ເຮືອນ​ທີ່​ມີ​ຂີ້ເຮື້ອນ​ແຜ່​ລາມ​ອອກ​ໄປ. (ລະບຽບການ​ເຫຼົ່ານີ້​ແມ່ນ​ໄດ້​ນຳ​ມາ​ໃຊ້ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ດິນແດນ​ການາອານ ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ເປັນ​ກຳມະສິດ.)


ພວກເຮົາ​ຈະ​ບໍ່​ເອົາ​ດິນແດນ​ສ່ວນ​ໃດໆ​ທີ່​ທາງ​ຟາກ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ​ອີກ ເພາະ​ໄດ້​ຮັບ​ສ່ວນ​ແບ່ງ​ຢູ່​ທີ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນີ້​ແລ້ວ.”


ຊາວ​ກາດ​ແລະ​ຊາວ​ຣູເບັນ​ໄດ້​ຕອບ​ຢືນຢັນ​ວ່າ, “ທ່ານເອີຍ ພວກເຮົາ​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ​ເຄິ່ງ​ເຜົ່າ​ຄື: ເຂດແດນ​ທັງໝົດ​ຂອງ​ເຈົ້າສີໂຫນ​ກະສັດ​ຂອງ​ຊາວ​ອາໂມ ແລະ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ນະຄອນ​ບາຊານ ພ້ອມ​ເມືອງ​ຕ່າງໆ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ຄື​ດິນແດນ​ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.”


ພຣະທຳ​ເຫຼັ້ມ​ນີ້​ໄດ້​ບັນທຶກ​ຖ້ອຍຄຳ​ຂອງ​ໂມເຊ ທີ່​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ ຄາວ​ທີ່​ພວກເຂົາ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ທົ່ງ​ຮາບພຽງ​ຈໍແດນ​ໃກ້​ຊູຟະ ລະຫວ່າງ​ເມືອງ​ປາຣານ​ດ້ານ​ໜຶ່ງ ແລະ​ເມືອງ​ຕ່າງໆ​ອີກ​ດ້ານ​ໜຶ່ງ ເຊັ່ນ: ໂຕເຟນ, ລາບານ, ຮາເຊໂຣດ ແລະ​ດີຊາຮາບ. (


ໂດຍ​ໄດ້​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ ແລະ​ພວກເຮົາ​ໄດ້​ແບ່ງປັນ​ດິນແດນ​ນັ້ນ​ໃຫ້​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.


“ເມື່ອ​ພວກເຮົາ​ຢຶດເອົາ​ດິນແດນ​ມາ​ເປັນ​ກຳມະສິດ​ນັ້ນ ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ເຜົ່າ​ຣູເບັນ​ແລະ​ກາດ ເຂດແດນ​ທາງທິດເໜືອ​ຂອງ​ເມືອງ​ອາໂຣເອ​ໃກ້​ກັບ​ແມ່ນໍ້າ​ອາກໂນນ ແລະ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ເນີນພູ​ກີເລອາດ​ພ້ອມ​ກັບ​ເມືອງເລັກ​ເມືອງນ້ອຍ​ຕ່າງໆ.


ຊາວ​ອິດສະຣາເອນ​ໄດ້​ໄຊຊະນະ ແລະ​ໄດ້​ປົກຄອງ​ດິນແດນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈາກ​ຮ່ອມພູ​ອາກໂນນ​ຂຶ້ນ​ໄປ​ສູ່​ຮ່ອມພູ​ຈໍແດນ ແລະ​ເລີຍ​ໄປ​ທາງ​ພາກເໜືອ​ຈົນເຖິງ​ພູ​ເຮີໂມນ. ພວກເຂົາ​ຈັບ​ກະສັດ​ສອງ​ຄົນ​ໄດ້.


ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຮົບຊະນະ​ພວກເຂົາ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ ໃຫ້​ເຜົ່າ​ຣູເບັນ​ກັບ​ເຜົ່າກາດ​ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka