Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 32:29 - ພຣະຄຳພີສັກສິ

29 “ຖ້າ​ຊາວ​ກາດ​ກັບ​ຊາວ​ຣູເບັນ​ຫາກ​ຕຽມພ້ອມ​ສູ້ຮົບ ແລະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປກັບພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖ້າ​ພວກເຂົາ​ຫາກ​ຊ່ວຍ​ພວກເຈົ້າ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ຈົ່ງ​ມອບ​ດິນແດນ​ກີເລອາດ​ໃຫ້​ເປັນ​ສົມບັດ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 32:29
10 Jak'a apnaqawi uñst'ayäwi  

ແລ້ວ​ພວກເຮົາ​ກໍ​ພ້ອມ​ທີ່​ຈະ​ໄປ​ກັບ​ພວກ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ເຂົ້າ​ສູ່​ສະໜາມຮົບ ແລະ​ນຳພາ​ບຸກໂຈມຕີ​ຂ້າ​ເສິກ ຈົນກວ່າ​ພວກເຂົາ​ຈະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ​ທີ່​ເປັນ​ຂອງ​ພວກເຂົາ. ໃນ​ເວລາ​ດຽວກັນ​ນັ້ນ ຄົນ​ຂອງ​ພວກເຮົາ​ກໍ​ຈະ​ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ ແລະ​ປອດໄພ​ຈາກ​ປະຊາຊົນ​ໃນ​ດິນແດນ​ນີ້.


ດັ່ງນັ້ນ ໂມເຊ​ຈຶ່ງ​ສັ່ງ​ເອເລອາຊາ, ໂຢຊວຍ ແລະ​ບັນດາ​ຜູ້ນຳ​ຄົນອື່ນໆ​ຂອງ​ຊາດ​ອິດສະຣາເອນ​ວ່າ,


ແຕ່​ຖ້າ​ພວກເຂົາ​ຫາກ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ສູ້ຮົບ​ຊ່ວຍ​ພວກເຈົ້າ ໃຫ້​ພວກເຂົາ​ຮັບ​ສ່ວນ​ສົມບັດ​ຂອງ​ພວກເຂົາ​ຢູ່​ໃນ​ດິນແດນ​ການາອານ​ຄື​ກັນ​ກັບ​ພວກເຈົ້າ.”


ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຮົບຊະນະ​ພວກເຂົາ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ ໃຫ້​ເຜົ່າ​ຣູເບັນ​ກັບ​ເຜົ່າກາດ​ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.


ດິນແດນ​ນັ້ນ​ຍັງ​ລວມເອົາ​ທັງ​ກີເລອາດ, ອານາເຂດ​ຂອງ​ຊາວ​ເກຊູ​ແລະ​ຊາວ​ມາອາກາ, ພູເຂົາ​ເຮີໂມນ​ທັງໝົດ ແລະ​ພູພຽງ​ບາຊານ​ທັງໝົດ​ຈົນເຖິງ​ເມືອງ​ສາເລກາ.


ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ຊາວ​ອິດສະຣາເອນ​ສອງ​ເຜົ່າ​ເຄິ່ງ​ແລ້ວ. (ເຊື້ອສາຍ​ຂອງ​ໂຢເຊັບ​ຖືກ​ແບ່ງ​ອອກ​ເປັນ​ສອງ​ເຜົ່າ: ມານາເຊ​ແລະ​ເອຟຣາອິມ) ເຖິງ​ຢ່າງ​ໃດ​ກໍຕາມ ໂມເຊ​ບໍ່ໄດ້​ມອບ​ດິນແດນ​ສ່ວນ​ໃດ​ເລີຍ​ໃຫ້​ຊາວ​ເລວີ.


ແຕ່​ສຳລັບ​ພວກເລວີ​ແລ້ວ ພວກເຂົາ​ຈະ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດໆ​ເໝືອນ​ດັ່ງ​ພວກເຈົ້າ ເພາະ​ສ່ວນ​ຂອງ​ພວກເຂົາ​ແມ່ນ​ຮັບໃຊ້​ພຣະເຈົ້າຢາເວ​ໃນ​ຖານະ​ເປັນ​ປະໂຣຫິດ. ສ່ວນ​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ເຜົ່າ​ມານາເຊ​ຕາເວັນອອກ​ນັ້ນ​ໄດ້​ຮັບ​ດິນແດນ ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ແລ້ວ ຊຶ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.”


ດັ່ງນັ້ນ ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ຈຶ່ງ​ໄດ້​ຄືນ​ສູ່​ຖິ່ນຖານ. ພວກເຂົາ​ໄດ້​ຈາກ​ຊາວ​ອິດສະຣາເອນ​ພວກອື່ນໆ ທີ່​ເມືອງ​ຊີໂລ​ໃນ​ດິນແດນ​ການາອານ ອອກ​ກັບ​ໄປ​ສູ່​ດິນແດນ​ຂອງ​ພວກຕົນ ຄື​ດິນແດນ​ກີເລອາດ ບ່ອນ​ທີ່​ພວກເຂົາ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.


ຫລັງຈາກ​ໂຕລາ​ແມ່ນ​ຢາອີ​ຊາວ​ເມືອງ​ກີເລອາດ. ລາວ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ຊາວສອງ​ປີ.


ຕໍ່ມາ ກະສັດ​ໂຊນ​ໄດ້​ກ່າວ​ແກ່​ດາວິດ​ວ່າ, “ນີ້​ຄື​ເມຣາບ​ລູກສາວ​ຄົນ​ກົກ​ຂອງເຮົາ; ເຮົາ​ຈະ​ຍົກ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ຮັບໃຊ້​ເຮົາ​ໃນ​ຖານະ​ທີ່​ເປັນ​ທະຫານ​ຜູ້​ເກັ່ງກ້າ​ແລະ​ສັດຊື່ ແລະ​ເຮັດ​ເສິກ​ເພື່ອ​ພຣະເຈົ້າຢາເວ.” (ກະສັດ​ໂຊນ​ຄິດ​ວ່າ​ດ້ວຍ​ວິທີ​ນີ້ ເພິ່ນ​ຈະ​ບໍ່​ເປັນ​ຜູ້​ສັງຫານ​ດາວິດ​ໂດຍ​ຕົນເອງ ແຕ່​ຈະ​ປ່ອຍ​ໃຫ້​ພວກ​ຟີລິດສະຕິນ​ຂ້າ​ລາວ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka