Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 32:23 - ພຣະຄຳພີສັກສິ

23 ແຕ່​ຖ້າ​ພວກເຈົ້າ​ຫາກ​ບໍ່​ເຮັດ​ຕາມ​ສັນຍາ ເຮົາ​ຂໍເຕືອນ​ວ່າ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ໂທດກຳ​ຍ້ອນ​ບາບ​ນັ້ນ. ຢ່າ​ເຂົ້າໃຈ​ຜິດ​ໃນ​ເລື່ອງ​ນີ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 32:23
21 Jak'a apnaqawi uñst'ayäwi  

ຊຶ່ງ​ປະຊາຊົນ​ໃນ​ເມືອງ​ນີ້​ຊົ່ວຊ້າ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ຖ້າ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຈົ້າ​ກໍ​ຄວນ​ຍິ້ມແຍ້ມແຈ່ມໃສ; ແຕ່​ດ້ວຍວ່າ​ເຈົ້າ​ເຮັດ​ຊົ່ວ ຄື​ບາບ​ທີ່​ກຳລັງ​ລໍ​ຢູ່​ທີ່​ປະຕູ​ເຮືອນ​ຄອຍຖ້າ​ຄຸບ​ກິນ​ເຈົ້າ. ມັນ​ຢາກ​ປົກຄອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ເອົາ​ຊະນະ​ມັນ​ໃຫ້​ໄດ້.”


ຢູດາ​ເວົ້າ​ວ່າ, “ບໍ່​ຮູ້​ຈະ​ເວົ້າ​ກັບ​ທ່ານ​ຢ່າງ​ໃດ​ແລ້ວ ທ່ານເອີຍ? ບໍ່ມີ​ທາງ​ໂຕ້ຖຽງ​ໄດ້​ແລ້ວ? ແລະ​ບໍ່​ຮູ້​ວ່າ​ຈະ​ພິສູດ​ຄວາມ​ບໍຣິສຸດ​ໄດ້​ຢ່າງ​ໃດ? ພຣະເຈົ້າ​ໄດ້​ປະຈານ​ຂາຍໜ້າ​ຄວາມຜິດ​ຂອງ​ພວກເຮົາ​ແລ້ວ. ບັດນີ້ ພວກເຮົາ​ທຸກຄົນ​ຕົກ​ເປັນ​ຄົນ​ຮັບໃຊ້​ຂອງທ່ານ ແລະ​ບໍ່ແມ່ນແຕ່​ຜູ້​ດຽວ​ທີ່​ທ່ານ​ໄດ້​ພົບ​ຈອກ​ນຳ.”


ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ກະສັດ​ທີ່​ພຣະເຈົ້າ​ໄດ້​ຊົງ​ຫົດສົງ, ແຕ່​ເຮົາ​ກໍ​ຮູ້​ສຶກ​ອ່ອນແອ​ໃນວັນນີ້. ພວກ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ນີ້​ຊ່າງ​ໂຫດຮ້າຍ​ແກ່​ເຮົາ​ແທ້ນໍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຄາດຕະກອນ​ເຫຼົ່ານີ້ ຕາມ​ທີ່​ພວກເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ.”


ພຣະເຈົ້າຢາເວ​ຈະ​ລົງໂທດ​ໂຢອາບ​ຍ້ອນ​ລາວ​ໄດ້​ຂ້າ​ຄົນ ໂດຍ​ທີ່​ກະສັດ​ດາວິດ​ພໍ່​ຂອງເຮົາ​ບໍ່​ຮູ້ຈັກ​ນຳ. ໂຢອາບ​ໄດ້​ຂ້າ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ສອງ​ຄົນ​ທີ່​ເກັ່ງກ້າ​ກວ່າ​ຕົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ອິດສະຣາເອນ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ຢູດາຍ.


ໂທດ​ຂ້າ​ຄົນ​ນີ້​ກໍ​ຈະ​ຕົກ​ຖືກ​ໂຢອາບ​ກັບ​ລູກຫລານ​ຂອງ​ລາວ​ຕະຫລອດໄປ. ແຕ່​ພຣະເຈົ້າຢາເວ​ຈະ​ໃຫ້​ລູກຫລານ​ຂອງ​ກະສັດ​ດາວິດ ຂຶ້ນ​ຄອງ​ບັນລັງ​ສືບແທນ​ເພິ່ນ​ຕໍ່ໄປ.”


ຖ້າ​ຂ້ານ້ອຍ​ຂໍຮ້ອງ​ຄວາມມືດ​ໃຫ້​ປົກບັງ​ຂ້ານ້ອຍ ຫລື​ໃຫ້​ແສງ​ສະຫວ່າງ​ກາຍເປັນ​ຄວາມມືດ​ອ້ອມ​ຂ້ານ້ອຍ​ໄວ້,


ຂໍ​ໃຫ້​ຜູ້​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ​ຢ່າ​ໄດ້​ເຮັດ​ສຳເລັດຜົນ ຂໍ​ໃຫ້​ສິ່ງ​ຊົ່ວຮ້າຍ​ຕິດຕາມ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.


ພຣະອົງ​ເປີດເຜີຍ​ການບາບ​ຂອງ​ພວກ​ຂ້ານ້ອຍ​ຕໍ່ໜ້າ​ພຣະອົງ ຄື​ການບາບ​ອັນ​ລັບລີ້​ຊຶ່ງ​ພຣະອົງ​ເຫັນ​ໄດ້.


ຄວາມ​ລຳບາກ​ຕິດຕາມ​ຄົນບາບ​ໄປ​ທຸກແຫ່ງ​ທຸກຫົນ, ແຕ່​ຄວາມ​ຈະເລິນ​ຮຸ່ງເຮືອງ​ເປັນ​ບຳເໜັດ​ຂອງ​ຄົນ​ຊອບທຳ.


ບໍ່​ວ່າ​ຄົນ​ສັດຊື່​ນັ້ນ​ຈະ​ຫຼົ້ມຈົມ​ເຖິງ​ເຈັດ​ຄັ້ງ​ກໍຕາມ ລາວ​ກໍ​ຈະ​ລຸກ​ຂຶ້ນ​ຕັ້ງ​ຕົວ​ໃໝ່​ໄດ້​ສະເໝີ, ແຕ່​ຄົນ​ຊົ່ວຮ້າຍ​ນັ້ນ​ລົ້ມລົງ​ຄັ້ງດຽວ ແຕ່​ຈະ​ລຸກ​ຂຶ້ນ​ບໍ່​ໄດ້ ແລະ​ຄວາມ​ພິນາດ​ຈິບຫາຍ​ນັ້ນ​ມັນ​ທຳລາຍ​ຄົນ​ຊົ່ວຮ້າຍ​ລົງເລີຍ.


ຄວາມຜິດ​ນັ້ນ ຄຸມຂັງ​ຜູ້​ທີ່​ເຮັດ​ຜິດ ການບາບ​ຂອງ​ຄົນຊົ່ວ​ກໍ​ເປັນ​ບ້ວງແຮ້ວ. ພວກເຂົາ​ຖືກ​ຈັບ​ໃນ​ຕາໜ່າງ​ແຫ່ງ​ບາບ​ຂອງ​ພວກ​ເຂົາເອງ.


ແຕ່​ຄົນຊົ່ວຊ້າ ພັດ​ໄດ້​ຮັບ​ຄວາມ​ຫາຍຍະນະ; ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ໃຫ້​ຜູ້​ອື່ນ​ນັ້ນ ບັດນີ້ ສິ່ງ​ນັ້ນ​ໄດ້​ຕາມ​ມາ​ສະໜອງ​ພວກເຂົາ​ເອງ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ການຊົ່ວ​ທີ່​ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ເຮັດ​ຕໍ່ສູ້​ພຣະອົງ​ນັ້ນ​ມີ​ຫລາຍ​ແທ້. ການບາບ​ຂອງ​ພວກ​ຂ້ານ້ອຍ​ກ່າວໂທດ​ຕໍ່ສູ້​ພວກ​ຂ້ານ້ອຍ​ແລ້ວ ແລະ​ພວກ​ຂ້ານ້ອຍ​ກໍ​ຮູ້​ດີ.


ພວກ​ລູກເຮືອ​ໄດ້​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ໃຫ້​ພວກເຮົາ​ໃຊ້​ສະຫລາກ ແລະ​ຫາ​ຕົວ​ຜູ້​ທີ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ຕົກ​ຢູ່​ໃນ​ອັນຕະລາຍ​ເຊັ່ນນີ້.” ພວກເຂົາ​ຈຶ່ງ​ໃຊ້​ສະຫລາກ ແລະ​ສະຫລາກ​ນັ້ນ​ກໍ​ຕົກ​ຖືກ​ຊື່​ໂຢນາ.


ຄວາມ​ທຸກ​ເວດທະນາ ແລະ​ຄວາມ​ເຈັບປວດ​ຈະ​ເກີດ​ມີ​ແກ່​ມະນຸດ​ທຸກຄົນ​ທີ່​ເຮັດ​ການ​ຊົ່ວ ຄື​ແກ່​ຄົນ​ຢິວ​ກ່ອນ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ.


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.


ເພິ່ນ​ໄດ້​ເອົາ​ຄອບຄົວ​ຊັບດີ​ໄປ​ຂ້າງໜ້າ​ແຕ່ລະຄົນ; ແລະ​ອາການ​ລູກຊາຍ​ຂອງ​ການໝີ, ຫລານຊາຍ​ຂອງ​ຊັບດີ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ກໍ​ຖືກ​ເລືອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka