ຈົດບັນຊີ 32:22 - ພຣະຄຳພີສັກສິ22 ແລະຢຶດຄອງເອົາດິນແດນມາເປັນກຳມະສິດ. ຫລັງຈາກນັ້ນ ພວກເຈົ້າຈຶ່ງຈະສາມາດກັບຄືນມາໄດ້ ຍ້ອນພວກເຈົ້າໄດ້ເຮັດຕາມຄຳສັນຍາທີ່ໃຫ້ໄວ້ກັບພຣະເຈົ້າຢາເວ ແລະກັບພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າແລ້ວ ພຣະເຈົ້າຢາເວກໍຈະຮັບຮູ້ວ່າ ດິນແດນທີ່ທາງຟາກຕາເວັນອອກນີ້ເປັນຂອງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ. Uka jalj uñjjattʼäta |
ຈົ່ງຊ່ວຍເຫລືອພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າ ຈົນກວ່າພວກເຂົາໄດ້ຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ ຢູ່ທາງຟາກຕາເວັນຕົກແມ່ນໍ້າຈໍແດນ ແລະຈົນກວ່າພວກເຂົາຢູ່ໃນທີ່ນັ້ນຢ່າງສະຫງົບສຸກ ເໝືອນດັ່ງພຣະອົງໄດ້ເຮັດໃຫ້ພວກເຈົ້າຢູ່ຢ່າງສະຫງົບສຸກແລ້ວທາງຟາກນີ້. ຫລັງຈາກນັ້ນແລ້ວ ພວກເຈົ້າຈົ່ງກັບຄືນເມືອສູ່ດິນແດນ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າທາງຟາກນີ້.
ຈົນກວ່າຈະຕີເອົາໄດ້ດິນແດນທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ. ເມື່ອພຣະອົງໃຫ້ທຸກໆເຜົ່າຂອງຊາດອິດສະຣາເອນຢູ່ຢ່າງປອດໄພແລ້ວ ພວກເຈົ້າຈຶ່ງຈະກັບຄືນມາຕັ້ງຖິ່ນຖານ ທີ່ດິນແດນຂອງພວກເຈົ້າທາງພາກທິດຕາເວັນອອກພີ້ໄດ້ ບ່ອນທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າ.”
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າມີຄວາມສະຫງົບສຸກແລ້ວ ຕາມທີ່ພຣະອົງໄດ້ສັນຍາໄວ້. ສະນັ້ນ ຂໍໃຫ້ພວກເຈົ້າຄືນສູ່ດິນແດນ ຊຶ່ງພວກເຈົ້າໄດ້ຮຽກຮ້ອງເອົາເປັນກຳມະສິດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນັ້ນສາ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໝາຍໃຫ້ພວກເຈົ້ານັ້ນ.